ສະພາຄວາມໝັ້ນຄົງສະຫະປະຊາຊາດຍັງບໍ່ທັນຊອກໄດ້ວິທີຢຸດຕິວິນາດສະກຳຢູ່Aleppo

ສະພາຄວາມໝັ້ນຄົງສະຫະປະຊາຊາດຍັງບໍ່ທັນຊອກໄດ້ວິທີຢຸດຕິວິນາດສະກຳຢູ່Aleppo - ảnh 1
(ພາບປະກອບ/AFP/TTXVN)

(vovworld) - ນະ​ຄອນ Aleppo ຂອງ ຊີຣີ ຄວນ​ແມ່ນ​ແຫ່ງ​ທີ່​ຢຸດຕິ​ບັ້ນ​ຮົບ ​ເພື່ອ​ຍາດ​ໄຊຊະນະ​ການ​ທະຫານ ​ແທນ​ທີ່​ແມ່ນ​ແຫ່ງ​ເລີ່​ມຕົ້ນ​ບັ້ນ​ຮົບ​ການ​ທະຫານ​ຂະໜາດ​ໃຫຍ່​ກ່ວາ ຢູ່​ປະ​ເທດ​ ​ຖືກ​ສົງຄາມ​ທຳລາຍ​ໃນ​ຕະຫລອດກ່ວາ 5 ປີຜ່ານມາ. ນັ້ນ​ແມ່ນ​ຄຳ​ຮຽກຮ້​ອງຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki-moon ທີ່​ການ​ປະຊຸມ​ດ່ວນ​ໃນ​ວັນ​ທີ 13/12 ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ນະຄອນ Aleppo. ທ່ານ Ban Ki-moon ຮຽກຮ້​ອງ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​“ເຮັດ​ໝົດ​ທຸກ​ສິ່ງ​ຢ່າງ​ທີ່​ຕົນ​ສາມາດ​ເຮັດ​ໄດ້ ​ເພື່ອ​ຢຸດຕິ​ວິນາດສະກຳ” ​ແລະ ຮັບປະກັນ​ທຸກໆ ຝ່າຍ​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ​ຮອບດ້ານ. ພ້ອງມທັງ ຮຽກ​ຮ້ອງລັດຖະບານ ຊີຣີ, ລັດ​ເຊຍ ​ແລະ ອີຣານ “​ອະນຸຍາດ​ໃຫ້​ສາມັນ​ຊົນ​ທີ່​ຍັງ​ເຫຼືອ​ອອກ​ຈາກ Aleppo ​ໂດຍ​ໄວ ” ກໍ່​ຄື​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ສຳຜັດ​ກັບການຊ່ວຍ​ເຫຼືອມະນຸດສະທຳ.

ຂ່າວ/ບົດ​ອື່ນ