ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ຮັບຮອງເອົາມະຕິຂອງ ລັດເຊຍ ກ່ຽວກັບທໍ່ສົ່ງອາຍແກັດ Nord Stream

(VOVWORLD) -ພາຍຫຼັງການປ່ອນບັດຄັ້ງທີ່ຜ່ານມາ, ບັນດາຄວາມສົງໄສກ່ຽວກັບຜູ້ຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີກໍ່ການຮ້າຍໃສ່ບັນດາທໍ່ສົ່ງອາຍແກັດ Nord Stream ພວມເພີ່ມຂຶ້ນ.
ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ຮັບຮອງເອົາມະຕິຂອງ ລັດເຊຍ ກ່ຽວກັບທໍ່ສົ່ງອາຍແກັດ Nord Stream - ảnh 1(ພາບປະກອບ: Ria Novosti)

        ວັນທີ 27 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ຮັບຮອງເອົາມະຕິຂອງ ລັດເຊຍ ກ່ຽວກັບເລື່ອງສ້າງຕັ້ງຄະນະກຳມະນາສາກົນເພື່ອສືບສວນເລື່ອງການທຳລາຍທໍ່ສົ່ງອາຍແກັດ Nord Stream. ເອກະສານດັ່ງກ່າວບໍ່ໄດ້ຮັບບັດເຫັນດີທີ່ຈຳເປັນ ຍ້ອນທັດສະນະຂອງບັນດາປະເທດຝ່າຍຕາເວັນຕົກ. ລັດເຊຍ, ຈີນ ແລະ ບຣາຊິນ ປ່ອນບັດເຫັນດີ, ບັນດາປະເທດທີ່ຍັງເຫຼືອປ່ອນບັດຂາວ. ຜູ້ຕາງໜ້າປະຈຳການຂອງ ລັດເຊຍ ຢູ່ ສະຫະປະຊາຊາດທ່ານ Vasily Nebenzya, ຖືວ່າ ພາຍຫຼັງການປ່ອນບັດຄັ້ງທີ່ຜ່ານມາ, ບັນດາຄວາມສົງໄສກ່ຽວກັບຜູ້ຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີກໍ່ການຮ້າຍໃສ່ບັນດາທໍ່ສົ່ງອາຍແກັດ Nord Stream ພວມເພີ່ມຂຶ້ນ.

        ເຫດລະເບີດທໍ່ສົ່ງອາຍແກັດ Nord Stream 1 ແລະ Nord Stream 2 ເກີດຂຶ້ນໃນທ້າຍເດືອນ ກັນຍາ 2022. ວັງ Kremlin ໄດ້ເອີ້ນເຫດການດັ່ງກ່າວແມ່ນການກະທຳກໍ່ການຮ້າຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ