ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບວຽກງານສັ່ງຟ້ອງ, ພິພາກສາຂອງສານສາກົນ

(VOVWORLD) - ວັນທີ 08 ມິຖຸນາ, ພາຍໃຕ້ການເປັນເຈົ້າພາບຈັດຕັ້ງຂອງປະເທດຝຣັ່ງ, ເປັນປະເທດປະທານໝູນວຽນເດືອນມິຖຸນາ 2020, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປະຈຳໄລຍະ 6 ເດືອນ ເພື່ອຮັບຟັງບົດລາຍງານ ແລະ ປຶກສາຫາລືກ່ຽວກັບວຽກງານຂອງກົນໄກແກ້ໄຂບັນດາຄະດີທີ່ຍັງຄົງຄ້າງຂອງບັນດາສານສາກົນ. 
ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບວຽກງານສັ່ງຟ້ອງ, ພິພາກສາຂອງສານສາກົນ - ảnh 1 ຜູ້ພິພາກສາ Carmel Agius  (ພາບ: UN)

ນະທີ່ນີ້, ຜູ້ພິພາກສາ Carmel Agius, ປະທານກົນໄກໃຫ້ຮູ້ວ່າ: ກົນໄກບັນລຸໄດ້ຄວາມຄືບໜ້າຫລາຍຢ່າງໃນວຽກງານພິພາກສາ ແລະ ຄາດວ່າ ຈະປະຕິບັດບັນດາຄະດີໃຫ້ສຳເລັດໃນປີ 2021, ສືບຕໍ່ ສຳເນົາເອກະສານໃຫ້ສຳເລັດຢູ່ 2 ສາຂາທີ່ La Hay (ໂຮນລັງ) ແລະ Arusha (ຕັງຊານີ), ສ້າງບັນດາຂໍ້ກຳນົດກ່ຽວກັບການດຳເນີນຄະດີໃຫ້ສຳເລັດ.

        ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ດ້ວຍຖານະບົດບາດເປັນປະທານກຸ່ມປະຕິບັດວຽກງານບໍ່ເປັນທາງການກ່ຽວກັບບັນດາສານສາກົນ ໃຫ້ຮູ້ວ່າ: ຫວຽດນາມ ຮັບຮູ້ບັນດາໝາກຜົນພິພາກສາໃນໄລຍະຜ່ານມາ ແລະ ຮຽກຮ້ອງປະຕິບັດການພິພາກສາຢ່າງຍຸຕິທຳ, ຖືກຕາມຂັ້ນຕອນ, ລະບຽບການ, ຊົມເຊີຍກົນໄກທີ່ບັນລຸບາດກ້າວກ່ຽວກັບການຮັບປະກັນຄວາມດຸນດຽງລະຫວ່າງຍິງຊາຍ ແລະ ເພີ່ມລັກສະນະຕາງໜ້າໃນຖັນແຖວລັດຖະການ, ສະໜັບສະໜູນເພີ່ມທະວີການຮ່ວມມື, ໜູນຊ່ວຍກົນໄກປະຕິບັດບັນດາວຽກງານທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ