ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບສະພາບການ ລີບັງ

(VOVWORLD) -ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດກໍ່ຢັ້ງຢຶນເຖິງອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເອກະລາດ ຂອງ ລີບັງ ຕ້ອງໄດ້ຮັບການເຄົາລົບ, ປະຕິບັດຢ່າງຄົບຖ້ວນ, ຮຽກຮ້ອງໃຫ້ບັນດາປະເທດທີ່ຢູ່ໃນ ແລະ ນອກພາກພື້ນ, ບັນດາອົງການສາກົນຈົ່ງສືບຕໍ່ຊ່ວຍເຫຼືອ ລີບັງ.
ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບສະພາບການ ລີບັງ - ảnh 1ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດສະໜັບສະໜູນອະທິປະໄຕ, ເອກະລາດທາງການເມືອງ, ຜືນແຜ່ນດິນອັນຄົບຖ້ວນ ຂອງ ລີບັງ

ໃນວັນທີ 13 ພຶດສະພາ ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການ ລີບັງ. ກ່າວຄຳເຫັນຢູ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ , ເນັ້ນໜັກວ່າ ລີບັງ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງພ້ອມທັງສະແດງການສະໜັບສະໜູນລັດຖະບານ ລີບັງ ຜັນຂະຫຍາຍບັນດາມາດຕະການຮອບດ້ານເພື່ອຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນ.ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດກໍ່ຢັ້ງຢືນເຖິງອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເອກະລາດ ຂອງ ລີບັງ ຕ້ອງໄດ້ຮັບການເຄົາລົບ, ປະຕິບັດຢ່າງຄົບຖ້ວນ, ຮຽກຮ້ອງໃຫ້ບັນດາປະເທດທີ່ຢູ່ໃນ ແລະ ນອກພາກພື້ນ, ບັນດາອົງການສາກົນຈົ່ງສືບຕໍ່ຊ່ວຍເຫຼືອ ລີບັງ.

ສິ້ນສຸດກອງປະຊຸມ, ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ເຫັນດີເຫັນພ້ອມຖະແຫຼງຂ່າວຕໍ່ສື່ມວນຊົນ, ໃນນັ້ນໄດ້ຢັ້ງຢືນເຖິງການສະໜັບສະໜູນອະທິປະໄຕ, ເອກະລາດທາງການເມືອງ, ຜືນແຜ່ນດິນອັນຄົບຖ້ວນ ຂອງ ລີບັງ, ທ່ານກໍ່ໄດ້ເນັ້ນໜັກວ່າການຮັບປະກັນສະຖຽນລະພາບຂອງ ລີບັງ ມີບົດບາດສຳຄັນຕໍ່ຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ. ບັນດາປະເທດກໍ່ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ລີບັງ ໃຫ້ຄຳໝັ້ນສັນຍາບໍ່ແຊກແຊງເຂົ້າບັນດາການປະທະກັນໃນພາກພື້ນ; ເນັ້ນໜັກວ່າຕ້ອງປະຕິບັດມະຕິ 1559, ໃນນັ້ນມີເລື່ອງມາດຕະການຕໍ່ບັນດາກຸ່ມປະກອບອາວຸດຢູ່ ລີບັງ.      

ຟ້າມຮວນ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ