ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂລກ​ລະ​ບາດ Covid– 19 ຄ​ັ້ງ​ທຳ​ອິດ

(VOVWORLD) -ຕອນບ່າຍວັນທີ 9 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ແລະ ເປັນຄັ້ງທຳອິດທີ່ປຶກສາຫາລືກ່ຽວກັບໂລກລະບາດ Covid– 19 ຕາມຂໍ້ສະເໜີຂອງ ຫວຽດນາມ ແລະ 8 ປະເທດ ສະມາຊິກບໍ່ປະຈຳການອື່ນຂອງ ສະຫະປະຊາຊາດ.
ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂລກ​ລະ​ບາດ Covid– 19 ຄ​ັ້ງ​ທຳ​ອິດ - ảnh 1ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນເວລາຍັງບໍ່ທັນເກີດໂລກລະບາດ Covid - 19 (ພາບ: TTXVN) 

ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມສາມັກຄີ, ການປະສານງານສາກົນ, ຫຼາຍຝ່າຍໃນສະພາບການຄືໃນປັດຈຸບັນ, ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ, ລະບົບ ສປຊ, ບັນດາອົງການຈັດຕັ້ງສາກົນ, ໃນນັ້ນມີ ອົງການອະນາໄມໂລກ (WHO), ບັນດາອົງການຈັດຕັ້ງການເງິນ, ເສດຖະກິດສາກົນ, ບັນດາອົງການໃນພາກພື້ນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຕ່າງໆເພີ່ມທະວີການສົມທົບເພື່ອແນໃສ່ຮັບໃຊ້ບຸລິມະສິດແມ່ນໜູນຊ່ວຍບັນດາປະເທດຖືກຜົນສະທ້ອນ.

        ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍຢັ້ງຢືນວ່າ ຫວຽດນາມສະໜັບສະໜູນບົດບາດເປັນໃຈກາງຂອງ ສປຊ ແລະ ຄວາມມານະພະຍາຍາມຂອງເລຂາທິການໃຫຍ່ ສປຊໃນໄລຍະທີ່ຜ່ານມາ, ແບ່ງປັນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ກ່ຽວກັບການຢຸດຍິງຢູ່ບ່ອນເກີດການປະທະກັນໃນໂລກ, ສະເໜີໃຫ້ສປຊ ແລະ ບັນດາຝ່າຍເອົາໃຈໃສ່ເຖິງບັນດາເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ເປັນຕົ້ນແມ່ນ ແມ່ຍິງ, ເດັກນ້ອຍ, ຜູ້ມີອາຍຸສູງ, ຄົນພິການ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມປອດໄພໃຫ້ແກ່ພາລະກອນສປຊໃນຄວາມມານະພະຍາຍາມໜູນຊ່ວຍບັນດາປະເທດຮັບມືກັບໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ