ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ຊີຣີ

ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ຊີຣີ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​​ວັນ​ທີ 31/12, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ຕົກ​ລົງ​ຄຳ​ສັ່ງ​ຢຸ​ດ​ຍິງ​ຢູ່​ຊີ​ຣີ, ໂດຍ​ລັດ​ເຊຍ ແລະ ຕວກ​ກີ​ ປຶກ​ສາ​ຫາ​ລື​ສ້າງ​ຂຶ້ນ​. ກ່ອນນັ້ນ 1 ວັນ, ວັນ​ທີ 30/12, ລັດ​ເຊຍ ໄດ້​ຍືນ​ສະ​ເໜີ​ຮ່າງ​ມະ​ຕິ​ສະ​ບັບ​ໜຶ່ງ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ດ້ວຍ​ເນື້ອ​ໃນ​ສະ​ໜັບ​ສະ​ໜູນ​ການ​ຢຸ​ດ​ຍິງ​ດັ່​ງ​ກ່າວ, ກ​ໍ​ຄື​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ເຊິ່ງ​ຄາດ​ວ່າ​ຈ​ະ​ຖືກ​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ Astana ຂອງ ກາ​ຊັກ​ສະ​ຖານ. ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ຊີ​ຣີ ເລີ່ມ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ເວ​ລາ 0 ໂມງ 00 ນາ​ທີ ວັນ​ທີ 30/12 ຕາ​ມເວ​ລາ​ທ້ອງ​ຖິ່ນ ແລະ ເກືອບ​ຄື​ວ່າ​ໄດ້​ປະ​ຕິ​ບັດ​ຢູ່​ທົ່ວ​ທຸກ​ແຫ່ງ​ຂອງ​ປະ​ເທດນີ້.

ຂ່າວ/ບົດ​ອື່ນ