ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ສ.ເກົາຫຼີ​ ຈັດ​ກອງ​ປະ​ຊຸມ​ດ່ວນ​ພ​າຍຫຼັງ​ເຫດ​ ສ​ປ​ປ.ເກົາຫຼີ​ຍິງ​ບັນ​ດາ​ວັດ​ຖຸ​ບິນ

(VOVWORLD) -ຕອນເຊົ້າວັນທີ 10 ກັນຍາ, ທຳນຽບປະທານາທິບໍດີສ.ເກົາຫຼີ (ທຳນຽບຂຽວ)ໃຫ້ຮູ້ວ່າ ສະພາຄວາມໝັ້ນຄົງແຫ່ງຊາດ (NSC) ປະເທດນີ້ໄດ້ຈັດກອງປະຊຸມດ່ວນພາຍຫຼັງ ສປປ.ເກົາຫຼີຍິງວັດຖຸບິນໃນວັນທີ 9 ກັນຍາ.
ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ສ.ເກົາຫຼີ​ ຈັດ​ກອງ​ປະ​ຊຸມ​ດ່ວນ​ພ​າຍຫຼັງ​ເຫດ​ ສ​ປ​ປ.ເກົາຫຼີ​ຍິງ​ບັນ​ດາ​ວັດ​ຖຸ​ບິນ - ảnh 1ເຫດທົດລອງລຸກສອນໄພຂອງ ສປປ.ເກົາຫຼີ (ພາບ: TTXVN) 

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 10 ກັນຍາ, ກອງທັບສ.ເກົາຫຼີໃຫ້ຮູ້ວ່າ ສປປ.ເກົາຫຼີໄດ້ຍິງ “ວັດຖຸທີ່ຍັງບໍ່ທັນຢັ້ງຢືນໄດ້” 2 ຢ່າງເຂົ້າເຂດທະເລຕາເວັນອອກ, ເຊິ່ງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາການກະທຳທົດລອງອາວຸດໃໝ່ຂອງ ສປປ.ເກົາຫຼີ.

        ນີ້ແມ່ນເຫດຍິງຄັ້ງທີ 8 ຂອງ ສປປ.ເກົາຫຼີ ໃນກ່ວາໜຶ່ງເດືອນທີ່ຜ່ານມາ, ໃນສະພາບການເກີດມີບັນດາສັນຍານທີ່ດີກ່ຽວກັບການເຊື່ອມຕໍ່ເຈລະຈາປອດນິວເຄຼຍກັບ ອາເມລິກາ ຄືນໃໝ່. ມີເຈົ້າໜ້າທີ່ຂັ້ນສູງຄົນໜຶ່ງຂອງ ລັດຖະບານອາເມລິກາ ຢັ້ງຢືນວ່າ ອາເມລິກາໄດ້ຮັບບັນດາການລາຍງານກ່ຽວກັບເຫດຍິງໃໝ່ຂອງ ສປປ.ເກົາຫຼີ ແລ້ວ ແລະ ພວມຕິດຕາມສະພາບການກັບບັນດາສຳພັນທະມິດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ