ສະພາຊົນເຜົ່າສະພາແຫ່ງຊາດຫວຽດນາມ ເຮັດວຽກຢູ່ ສະຫະພັນລັດເຊຍ

ສະພາຊົນເຜົ່າສະພາແຫ່ງຊາດຫວຽດນາມ ເຮັດວຽກຢູ່ ສະຫະພັນລັດເຊຍ - ảnh 1
(ຄະນະ​ກຳມາ​ທິການ​ຊົນ​ເຜົ່າ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​
ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊ​ຍ)

(vovworld) –  ສະພາຊົນ​ເຜົ່າ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານປະທານ​ສະພາ​ຊົນ​ເຜົ່າສະພາ​ແຫ່ງ​ຊາດ​ຫວຽດນາມ ກຊໍ ​ເຟືອ​ກ, ນຳ​ໜ້າ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ເປັນ​ເວລາ 2 ວັນ ​ແຕ່​ວັນ​ທີ 26 – 27/06, ສະພາ​ຊົນ​ເຜົ່າ​ສະພາ​ແຫ່ງ​ຊາດ​ຫວຽດນາມ  ​ໄດ້​ມີ​ການ​ເຮັດ​ວຽກ​ກັບກຳມາ​ທິການຊົນ​ເຜົ່າ, ກຳມາ​ທິການ​ນະ​ໂຍບາຍ​ພາກ​ພື້ນ​ຂຶ້ນ​ກັບ​ດູ​ມາ​ແຫ່ງ​ຊາດ (ສະພາ​ຕຳ່​ລັດ​ເຊຍ) ​ແລະ ສະພາ​ທີ່ປຶກສາ​ກ່ຽວ​ກັບບັນດາ​ບັນ​ຫາ​ຊົນ​ເຜົ່າ​ສະພາ​ສະຫະພັນ (ສະພາ​ສູງ​ລັດ​ເຊຍ). ທີ່​ບັນດາ​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ, ບັນດາ​ຜົນງານ​​ໃນການພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຂອງ​ແຕ່ລະ​ປະ​ເທດ; ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ກຳມາທິການ​ຮັບຜິດ​ຊອບ​ບັນຫາ​ຊົນ​ເຜົ່າ. ກ່ຽວ​ກັບ​ບັນຫາ​ຊົນ​ເຜົ່າ, 2 ຝ່າຍ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​​ເຄື່​ອນ​ໄຫວ​ໃນ​ໄລຍະ​ຜ່ານ​ມາ, ປຶກສາ​ຫາລື​ນະ​ໂຍບາຍ​ຂອງ​ແຕ່​ລະ​ປະ​ເທດ, ​ແລກປ່ຽນ​ບົດຮຽນ​ດ້ານ​ນິຕິ​ບັດ​ຍັດ ​ແລະ ຄຸ້ມ​ຄອງ​ສັງຄົມ​ໃນ​ຂົງ​ເຂດ​ດັ່ງກ່າວ ​ແລະ ກຳນົດ​ທິດ​​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

        ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານປະທານ​ສະພາຊົນ​ເຜົ່າ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກຊໍ ​ເຟືອ​ກ ​ໄດ້ແຈ້ງ​ຂໍ້​ມູນກ່ຽວ​ກັບ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດກົດ​ໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ; ປາດ​ຖະໜາ​ວ່າບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລັ​ດ​ເຊຍ ດ້ວຍ​ບັນດາ​ຊ່ອງ​ຮ່ວມ​ມື​ກັບສາກົນ​ຈະມີ​ການ​​ກະທົບຢ່າງ​ຕັ້ງ​ໜ້າ​ເພື່ອ​ແກ້​ໄຂ​​ໂດຍສັນຕິ, ບົນ​ພື້ນຖານ​ກົດໝາຍ​ສາກົນ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລັດ​ເຊ​ຍ ​ໄດ້ສະ​ແດງ​ການ​ແບ່ງປ​ັນ ​ແລະ ພ້ອມ​ແລ້ວ​ທີ່ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ຮູບ​ແບບ​ທີ່​ເໝາະ​ສົມ​ເພື່ອ​ມີ​ສຽງ​ເວົ້າທີ່​ຕັ້ງ​ໜ້າ​ໃນ​ບັນຫາ​ນີ້​.

ຂ່າວ/ບົດ​ອື່ນ