ສະ​ພາ​ດຳ​ເນີນທຸກ​ລະ​ກິດ ອາ​ເມ​ລິ​ກາ - ອາຊຽນ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ

(VOVWORLD) -  ວັນທີ 20 ກໍລະກົດ, ຄະນະການນຳສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ,  ໄດ້ອອກແຈ້ງການສື່ມວນຊົນ ສະແດງຄວາມໂສກເສົ້າເສຍໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ.
ສະ​ພາ​ດຳ​ເນີນທຸກ​ລະ​ກິດ ອາ​ເມ​ລິ​ກາ - ອາຊຽນ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ  Barack Obama. Ảnh: (ພາບ: White House)

ຄະນະກຳນຳສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ໄດ້ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງລົ້ນເຫຼືອເຖິງຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ປະຊາຊົນ ຫວຽດນາມ. ແຈ້ງການສະບັບດັ່ງກ່າວໄດ້ຕີລາຄາວ່າ, ດ້ວຍຄວາມເຂົ້າໃຈການເມືອງຢ່າງເລິກເຊິ່ງ ແລະ ຈິນຕະນາການຍຸດທະສາດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ພັດທະນາວິທີການສຳຜັດ “ການທູດໄມ້ໄຜ່” ຜ່ານນັ້ນ, ສ້າງຫຼາຍຂີດໝາຍປະຫວັດສາດ ແລະ ບັນດາການປ່ຽນແປງຢ່າງແທດຈິງໃນການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃຫຍ່. ບໍ່ມີເວລາໃດທີ່ ທີ່ຕັ້ງ, ອິດທິພົນຊື່ສຽງ ແລະ ພາບພົດຂອງ ຫວຽດນາມ, ສະມາຊິກທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນເວທີສາກົນ ໄດ້ສະແດງຢ່າງຈະແຈ້ງຄືໃນປັດຈຸບັນ. ແລະ ກໍເໜືອກວ່າເວລາໃດໝົດ, ຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ ແລະ ການເມືອງສາກົນຢ່າງເລິກເຊິ່ງກວ້າງຂວາງ.

ແຈ້ງການໄດ້ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳນັ້ນ ແມ່ນຂີດໝາຍການຈາກໄປຂອງການນຳຜູ້ທີ່ມີວິໄສທັດ, ສວມບົດບາດເປັນຂົວຕໍ່ສຳຄັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນຫຼາຍທົດສະວັດ. ແຈ້ງການກໍເນັ້ນໜັກເຖິງການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສ້າງມໍລະດົກກ່ຽວກັບສັນຕິພາບ ແລະ ວັດທະນາຖາວອນຢູ່ ຫວຽດນາມ ໃນຍາວນານ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ