ສະພາຕໍ່າ ອັງກິດ ສືບຕໍ່ປ່ອນບັດຄັດຄ້ານ, Brexit ຍາກທີ່ຈະດໍາເນີນໃນວັນທີ 31 ຕຸລາ

(VOVWORLD) -  ດ້ວຍຈໍານວນບັດຄັດຄ້ານແມ່ນ 322 ບັດ ແລະ ບັດເຫັນດີ 308 ບັດ, ຕອນຄໍ່າວັນທີ 22 ຕຸລາ, ສະພາຕໍ່າອັງກິດ ໄດ້ປະຕິເສດແຜນການຮັບຮອງເອົາຂໍ້ຕົກລົງ Brexit ສະບັບໃໝ່ ເຊິ່ງ ລັດຖະບານ ຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຍື່ນສະເໜີ. 
ສະພາຕໍ່າ ອັງກິດ ສືບຕໍ່ປ່ອນບັດຄັດຄ້ານ, Brexit ຍາກທີ່ຈະດໍາເນີນໃນວັນທີ 31 ຕຸລາ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: TTXVN) 

ຕາມແຜນການດັ່ງກ່າວແລ້ວ, ບັນດາສະມາຊິກລັດຖະສະພາອັງກິດ ຈະຕ້ອງ ພິຈາລະນາ 110 ມາດຕາຂອງຂໍ້ຕົກລົງ Brexit ສະບັບໃໝ່ ແລະ ດໍາເນີນການປ່ອນບັດພາຍໃນ 3 ວັນ, ເພື່ອປະຕິບັດສໍາເລັດທຸກວຽກງານໃນວັນທີ 24 ຕຸລາ. ສ່ວນຝ່າຍຄ້ານຖືວ່າ ແຜນການດັ່ງກ່າວ ແມ່ນຮີບດ່ວນເກີນໄປ ເພື່ອໄຈ້ແຍກ ແລະ ຕີລາຄາການກະທົບທຸກຢ່າງຂອງຂໍ້ຕົກລົງ Brexit ສະບັບໃໝ່ໄດ້ຢ່າງລອບຄອບຖີ່ຖ້ວນ, ພິເສດແມ່ນບັນດາມາດຕາທີ່ກ່ຽວຂ້ອງເຖິງບັນຫາພາສີຊາຍແດນ ແລະ ສິດຂອງຊາວຜູ້ອອກແຮງງານ.

        ໝາກຜົນຂອງການປ່ອນບັດຄັ້ງນີ້ ແມ່ນການປະລາໄຊຕື່ມອີກຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ເພາະວ່າ ສິ່ງດັ່ງກ່າວມີຄວາມໝາຍດຽວກັນກັບ ເລື່ອງ Brexit ເກືອບຄືວ່າ ບໍ່ສາມາດປະຕິບັດ ໄດ້ໃນວັນທີ 31 ຕຸລາ ແລະ ທ່ານ ທ່ານ Boris Johnson ຈະຕ້ອງບັງຄັບຮຽກຮ້ອງ ອີຢູ ຕໍ່ກໍານົດເວລາ Brexit ຕື່ມອີກ.  

        ກ່າວຄໍາເຫັນພາຍຫຼັງການປ່ອນບັດ, ທ່ານນາຍົກລັດຖະມົນຕີ ອັງກິດ ຖະແຫຼງວ່າ, ທ່ານຈະຢຸດຂັ້ນຕອນການປຶກສາຫາລືກ່ຽວກັບຂໍ້ຕົກລົງ Brexit ຢູ່ສະພາຕໍ່າອັງກິດໄດ້ຊົ່ວຄາວ ເພື່ອລໍຖ້າບັນດາປະຕິກິລິຍາຈາກ ອີຢູ ແລະ ຄິດໄລ່ບັນດາບາດກ້າວເດີນຕໍ່ໄປ.

        ພາຍຫຼັງປະກາດຜົນຂອງການປ່ອນບັດຢູ່ ອັງກິດ, ຕອນຄໍ່າຂອງວັນດຽວກັນ, ທ່ານປະທານສະພາເອີຣົບ (EC) Donald Tusk  ໃຫ້ຮູ້ວ່າ ຈະສະເໜີ 27 ປະເທດສະມາຊິກຂອງ ອີຢູຸ ຮັບຮອງເອົາຄໍາຮຽກຮ້ອງຂໍຕໍ່ກໍານົດເວລາ ຂອງ ອັງກິດ ເປັນລາຍລັກອັກສອນ.


 

ຕອບກັບ

ຂ່າວ/ບົດ​ອື່ນ