ສະພາຕໍ່າ ອົດສະຕາລີ ໃຫ້ສັດຕະຍາບັນສັນຍາ CPTPP

(VOVWORLD) -ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໂດຍສະພາຕໍ່າ ອົດສະຕາລີ ໄດ້ຮັບຮອງເອົາຜ່ານການປ່ອນບັດ ເມື່ອວັນທີ 17 ກັນຍາ. ຮ່າງກົດໝາຍດັ່ງກ່າວ ຈະໄດ້ຍື່ນສະເໜີຕໍ່ສະພາສູງ ເພື່ອປຶກສາຫາລື ແລະ ຮັບຮອງເອົາ. 

ສະພາຕໍ່າ  ອົດສະຕາລີ ໃຫ້ສັດຕະຍາບັນສັນຍາ CPTPP - ảnh 1 ທ່ານ ເຈິ່ນຕວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຂົ້າຮ່ວມພິທີລົງນາມໃນສັນຍາ CPTPP  ຢູ່ Santiago  ເມື່ອວັນທີ 8/3

(ພາບ:THX/TTXVN)

ກ່າວຄໍາເຫັນທີ່ສະພາຕໍ່າ ກ່ອນການປ່ອນບັດ, ທ່ານ Steve Ciobo ອະດີດລັດຖະມົນຕີການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ອົດສະຕາລີ ໃຫ້ຮູ້ວ່າ ອົດສະຕາລີ ປາດຖະໜາວ່າ ນັບມື້ນັບຈະມີບັນດາປະເທດສະມາຊິກເຂົ້າຮ່ວມສັນຍາ ແລະ ບັນດາຄູ່ຮ່ວມມືສໍາຄັນໃນສັນຍາ CPTPP ຈະໄດ້ຮັບຜົນປະໂຫຍດຈາກຂໍ້ຕົກລົງສະບັບດັ່ງກ່າວ ໂດຍໄວທີ່ສຸດເທົ່າທີ່ໄວໄດ້. ສັນຍາ CPTPP ຄາດວ່າ ຈະສ້າງເງື່ອນໄຂ ເພື່ອໃຫ້ບັນດາຜູ້ຜະລິດຂອງ ອົດສະຕາລີ ສາມາດສໍາຜັດກັບຕະຫຼາດ ເຊິ່ງລວມມີຜູ້ບໍລິໂພກອຸປະໂພກ 500 ລ້ານ ຄົນ ຢ່າງງ່າຍດາຍ ແລະ ເພີ່ມລາຍຮັບໃຫ້ແກ່ປະຊາຊົນ ອົດສະຕາລີ ເຖິງກວ່າ 11 ຕື້ USD ໃນປີ 2030.

        CPTPP ແມ່ນຂໍ້ຕົກລົງການຄ້າລະຫວ່າງ 11 ປະເທດ ຄື ອົດສະຕາລີ, ຍີ່ປຸ່ນ, ມາເລເຊຍ, ຫວຽດນາມ, ສິງກະໂປ, ບຣູໄນ, ນິວຊີແລນ, ການາດາ,  ເມັກຊີໂກ, ເປຣູ ແລະ ຈີເລ. ມາຮອດປັດຈຸບັນນີ້, ຂໍ້ຕົກລົງດັ່ງກ່າວ ໄດ້ຮັບການມໃຫ້ສັດຕະຍາບັນຈາກບັນດາປະເທດ ເມັກຊີໂກ, ສິງກະໂປ ແລະ ຍີ່ປຸ່ນ. ຄາດວ່າ ໃນຊຸມເດືອນຈະມາເຖິງ ປະເທດ ນິວຊີແລນ,ເປຣູ ແລະ ການາດາ ກໍຈະອະນຸມັດຜ່ານຂໍ້ຕົກລົງດັ່ງກ່າວ ເຊັ່ນກັນ.


ຕອບກັບ

ຂ່າວ/ບົດ​ອື່ນ