ສະພາ​ຕໍ່າ ອາ​ເມ​ລິ​ກາ ປະກາດ​ເອກະສານ​ 2 ສະບັບ ກ່ຽວກັບ​ການພິຈາລະນາ​ໂທດ ທ່ານ​ປະທານາທິບໍດີ Donald Trump

(VOVWORLD) -  ວັນທີ 10 ທັນວາ, ບັນດາສະມາຊິກສະພາຕໍ່າ ພັກປະຊາທິປະໄຕ ທີ່ສະພາຕໍ່າ ອາເມລິກາ ໄດ້ຍົກອອກເອກະສານພິຈາລະນາໂທດ 2 ສະບັບ ແນໃສ່ທ່ານປະທານາທິບໍດີ Donald Trump, ໃນນັ້ນ ໄດ້ກ່າວຫາວ່າ ທ່ານ Donald Trump ໄດ້ສວຍໃຊ້ສິດອໍານາດ ແລະ ກີດຂວາງສະພາແຫ່ງຊາດ.
ສະພາ​ຕໍ່າ ອາ​ເມ​ລິ​ກາ ປະກາດ​ເອກະສານ​ 2 ສະບັບ ກ່ຽວກັບ​ການພິຈາລະນາ​ໂທດ ທ່ານ​ປະທານາທິບໍດີ Donald Trump - ảnh 1 ທ່ານ Jerrold Nadler ປະທານກໍາມາທິການຍຸຕິທໍາ ສະພາຕໍ່າ ອາເມລິກາ (ພາບ: AP)

       ທ່ານ Jerrold Nadler ປະທານກໍາມາທິການຍຸຕິທໍາ ສະພາຕໍ່າ ອາເມລິກາ ປະກາດບັນດາເອກະສານດັ່ງກ່າວ ແລະ ຢັ້ງຢືນວ່າ ບໍ່ມີໃຜ, ນັບທັງປະທານາທິບໍດີ ຢືນຢູ່ນອກເໜືອຈາກກົດໝາຍ. ໃນຂະນະນັ້ນ, ທ່ານປະທານສະພາຕໍ່າ ອາເມລິກາ Nancy Pelosi ຊີ້ແຈ້ງວ່າ ທ່ານ Donald Trump ໄດ້ກໍ່ຜົນຮ້າຍຕໍ່ພື້ນຖານປະຊາທິປະໄຕ ແລະ ຄວາມສະຫງົບຂອງປະເທດນີ້.

        ການກະທໍາດັ່ງກ່າວຂອງພັກປະຊາທິປະໄຕ ຈະປະກອບສ່ວນ ຍູ້ແຮງການສົ່ງເສີມບັນດາການປ່ອນບັດຄັ້ງປະຫວັດສາດ ກ່ຽວກັບການກ່າວຫາທີ່ວ່າ ທ່ານ Donald Trump ກໍ່ຄວາມວຸ້ນວາຍຕໍ່ວິວັດທະນາການເລືອກຕັ້ງຂອງ ອາເມລິກາ ແລະ ກໍ່ຜົນຮ້າຍຕໍ່ຄວາມສະຫງົບຂອງປະເທດນີ້.

        ຕໍ່ໜ້າການກະທໍາດັ່ງກ່າວ, ທ່ານ Donald Trump ຢັ້ງຢືນຄືນໃໝ່ວ່າ ທ່ານແມ່ນຜູ້ປະສົບເຄາະຮ້າຍຂອງແຜນການທີ່ບໍ່ດີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ