ສະພາຕໍ່າລັດເຊຍ ເອົາໃຈໃສ່ ແລະ ສະໜັບສະໜູນການເຄື່ອນໄຫວໃຫຍ່ຫຼາຍຢ່າງຂອງຫວຽດນາມ

ສະພາຕໍ່າລັດເຊຍ ເອົາໃຈໃສ່ ແລະ ສະໜັບສະໜູນການເຄື່ອນໄຫວໃຫຍ່ຫຼາຍຢ່າງຂອງຫວຽດນາມ - ảnh 1
(ສະພາ​ຕໍ່າ​ລັດ​ເຊຍ ​ເອົາ​ໃຈ​ໃສ່ ​ແລະ ສະໜັບສະໜູນ​
ການ​ເຄື່ອນ​ໄຫວ​ໃຫຍ່ຫຼາຍ​ຢ່າງ​ຂອງ​ຫວຽດນາມ)

(vovworld) – ວັນ​ທີ 12/03, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ປະຈຳ​ລັດ​ເຊຍ ຫງວຽນ​ແທງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ຕໍ່າ​ລັດ​ເຊຍ Ivan Melnikov ​ແລະ ທ່ານ​ປະທານ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ Genadi Zuganov ​ເພື່ອແລກປ່ຽນກ່ຽວ​ກັບ​ແງ່​ຫວັງ​ຮ່ວມ​ມື​ລະຫວ່າງ 2 ພັ​ກ ​ແລະ 2 ສະພາ​ແຫ່ງ​ຊາດ. ​ບັນດາກາ​ນນຳ​ໄດ້​ພ້ອມ​ກັນ​ແລກປ່ຽນ​ບັນຫາ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ການ​ພັດທະນາ​ເສດຖະກິດ, ນະ​ໂຍບາຍ​ພາຍ​ໃນ, ການ​ຕ່າງປະ​ເທດ​ຂອງ 2 ປະ​ເທດ, ການ​ພົວພັນ​ລະ​ຫວ່າງ​ລັດ​ເຊຍ - ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ການ​ພົວພັນ​ລະຫວ່າງ 2 ພັກ​ກ​ອມມູນິດ.

        ທ່ານ​ປະທານ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ ທັງ​ເປັນ​ປະທານ​ກຸ່ມ​ສະມາຊິກ​ພັກ​ກອມ​ມູນິດ​ຢູ່​ສະ​ຕໍ່າ Zuganov ​ໄດ້​ແລກປ່ຽນກັບ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ຫວຽດນາມ ຫງວຽນ​ແທງ​ເຊີນ ກ່ຽວ​ກັບ​ບັນດາ​ແຜນການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ທີ່​ການ​ພົບ​ປະ​ກັບທ່ານ​ເອກ​ອັກຄະ​ລັດ​ຖະທູດ​ຫວຽດນາມ ຫງວຽນ​ແທງ​ເຊີນ, ທ່ານ​ຮອງ​ປະທານ​ສະພາ​ຕໍ່າ Ivan Melnikov, ທັງ​ເປັນຮອງ​ປະທານ​ພັກ​ກອມ​ມູນິດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ, ທ່ານ​ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ບັນດາ​ແງ່​ຫວັງ​ພັດທະນາ​ລະຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ເລື່ອງ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU 132), ທ່ານ Ivan Melnikov ​ໃຫ້​ຮູ້​ວ່າ.

        “ມີ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ​ລັດ​ເຊຍຄະນະ​ໜຶ່ງ, ລວມທັງ​ສະມາຊິກ​ສະພາ​ສູງ ​ແລະ ສະມາຊິກ​ສະພາ​ຕໍ່າ, ​ໂດຍ​ທ່ານ Kosatrov, ປະທານ​​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ​ນຳ​ໜ້າ, ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໃຫຍ່​ເຊິ່ງ ຫວຽດນາມ ​ເປັນ​​ເຈົ້າພາບ​ຈັດ​ຕັ້ງ​ຄັ້ງນີ້. ​ໃນ​ຄະນະ​ຜູ້​ແທນນີ້ ລວມມີ​ຜູ້​ຮ່ວມ​ອາຊີບ​ຂອງ​ພວກ​ຂ້າພະ​ເຈົ້າ ​ເຊິ່ງ​​ເປັນ​ສະມາຊິກ​ຂອງ​ພັກ​ກອ​ມມູນິດ​ສະຫະພັນ​ລັດ​ເຊ​ຍ ​ເຂົ້າ​ຮ່ວມ ​ແລະ ດ້ວຍ​ຄະນະ​ຜູ້​ແທນ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​​ໃຈ, ​ທັງເປັນ​ເພື່ອນ​ມິດທີ່​ໃກ້​ສິດ​ສະໜິດສະໜົມ​ຂອງ​ປະຊາຊົນ​ຫວຽດນາມ ນັ້ນ, ພວກຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ປະກອບສ່ວນ​ຢ່າງເໝາະ​ສົມ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ເຫດການ​ສຳຄັນ​​ນີ້”.

ຂ່າວ/ບົດ​ອື່ນ