ສະພາຕໍ່າອັງກິດ ສືບຕໍ່ເລັ່ງລັດຖະບານອັງກິດຍື່ນສະເໜີ ແຜນການ B ກ່ຽວກັບບັນຫາ Brexit

(VOVWORLD) -ລັດຖະບານອັງກິດ ຈະຕ້ອງຍື່ນສະເໜີແຜນການ ແທນໃຫ້ຂໍ້ຕົກລົງ Brexit ໃນປັດຈຸບັນ ໃນຮອບເວລາ 3 ວັນລັດຖະການ

ວັນທີ 9 ມັງກອນ, ສະພາຕໍ່າອັງກິດ ໄດ້ປ່ອນບັດເຫັນດີ ຮຽກຮ້ອງລັດຖະບານ ຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  ຍູ້ໄວເວລາຍື່ນສະເໜີແຜນການ B ໃນກໍລະນີ ຂໍ້ຕົກລົງຖອນ ອັງກິດ ອອກຈາກ ສະຫະພາບເອີຣົບ (ອີຢູ), ຫຼືເອີ້ນວ່າ Brexit ເຊິ່ງປັດຈຸບັນ ແມ່ນບໍ່ໄດ້ຮັບຜົນດີໃນການປ່ອນບັດຢູ່ສະພາຕໍ່າຂອງປະເທດນີ້ໃນອາທິດໜ້າ.

        ດ້ວຍຈໍານວນບັດເຫັນດີແມ່ນ 308 ບັດ ແລະ ບັດຄ້ານ ແມ່ນ 297 ບັດ ໃນການປ່ອນບັດຢູ່ສະພາຕໍ່າ, ລັດຖະບານອັງກິດ ຈະຕ້ອງຍື່ນສະເໜີແຜນການ ແທນໃຫ້ຂໍ້ຕົກລົງ Brexit ໃນປັດຈຸບັນ ໃນຮອບເວລາ 3 ວັນລັດຖະການ ນັບແຕ່ເມື່ອຂໍ້ຕົກລົງໃນເບື້ອງຕົ້ນຖືກຄັດຄ້ານ ຢູ່ ສະພາແຫ່ງຊາດ ແທນທີ່ເວລາກໍານົດແມ່ນ 21 ວັນ ຄືໄດ້ກໍານົດໄວ້ໃນກົດໝາຍ. ນີ້ໄດ້ຮັບຖືວ່າ ແມ່ນການກະທໍາເພີ່ມກໍາລັງກົດດັນຕໍ່ລັດຖະບານອັງກິດ ໃນໄລຍະທີ່ບັນລຸໄດ້ຂໍ້ຕົກລົງ Brexit ກັບ ອີຢູ ເມື່ອເດືອນ ພະຈິກ ຜ່ານມາ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແລະ ອາດຈະບໍ່ໄດ້ຮັບຜົນດີໃນການປ່ອນບັດຢູ່ສະພາຕໍ່າໃນວັນທີ 15 ມັງກອນ ຈະມາເຖິງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ