ສະພາຕໍ່າອາເມລິກາ ຮັບຮອງເອົາຮ່າງກົດໝາຍຊຸກຍູ້ການສົ່ງອອກອາຍແກັສ

ສະພາຕໍ່າອາເມລິກາ ຮັບຮອງເອົາຮ່າງກົດໝາຍຊຸກຍູ້ການສົ່ງອອກອາຍແກັສ - ảnh 1
(ພາບປະກອບ)

(vovworld) – ຮ່າງ​ກົດໝາຍ​ຊຸກຍູ້​ການ​ສົ່ງ​ອອກ​ອາຍ​ແກັສ (HR351) ​ໄດ້​ຮັບການ​ຮັບ​ຮ້ອງ​ເອົາ​ໃນ​ວັນ​ທີ 28/01, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ວິວັດ​ການອອກ​ໜັງສື​ອະນຸຍາດ​ໃຫ້​ບັນດາ​ສັນຍາ​ສົ່ງ​ອອກ​ອາຍ​ແກັສ ຂອງ​ປະ​ເທດ​ນີ້. ຮ່າງ​ກົດໝາຍ HR351 ຮຽກຮ້ອງ​​ໃຫ້​ກະຊວງ​ພະລັງງານ​ອາ​ເມ​ລິ​ກາ (DOE) ​ວ່າ, ໃນ​ຮອບ​ເວລາ 30 ວັນຕ້ອງ​ແກ້​ໄຂ​ບັນດາ​ໃບ​ສະ​ເໜີ​​ໃຫ້​ອອກ​ໜັງສືອະນຸດ​ຍາດ​ສົ່ງ​ອອກ​ອາຍ​ແກັສ​ເຫຼວ (LNG).

        ຜູ້ອຳນວຍການ​ສະ​ຖາ​ບັນ​ນ້ຳມັນ​ອາຍ​ແກັສອາ​ເມ​ລິກາ Erik Milito ​ໄດ້​ສົມ​ເຊີນ​ການ​ກະທຳ​ດັ່ງກ່າວ ​ແລະ ຖື​ວ່າ, ​ເລື່ອງ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​​ໃໝ່ ຍ້ອນ​ການ​ສົ່ງ​ອອກ LNG ​ແມ່ນ​ກາລະ​ໂອກາດ​ຈະ​ແຈ້ງ​ເພື່ອ​ເພີ່ມ​ປະລິມານ​ພະລັງງານ​ພາຍ​ໃນ, ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ຊາວ​ອາ​ເມ​ລິ​ກາ ຕື່ມ​ອີກ ​ແລະ ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງຂອງອາ​ເມ​ລິ​ກາ ກໍ່​ຄື​ບັນດາ​ພັນທະ​ມິດ. ​ແຕ່​ວ່າ, ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເຫດ​ວ່າ ຮ່າງ​ກົດໝາຍ​ຈະ​ບໍ່​ປະກອບ​ສ່ວນ​ຫຼາຍ​ໃຫ້ການ​ຍູ້​ແຮງວິວັດ​ການອອກ​ໜັງສື​ອະນຸຍາດ​ໃຫ້ການ​ສົ່ງ​ອອກ LMG ຍ້ອນ​ບັນດາ​ກຳລັງ​ເສດຖະກິດ​ຈະ​ຊອກ​ຫາ​ວິທີ​​ເພື່ອ​ກີດຂວາງ​ຂໍ້​ຕົກລົງ.

ຂ່າວ/ບົດ​ອື່ນ