ສະພາຕໍ່າອາເມລິກາມອບສິດເຈລະຈາໄວໃຫ້ປະທານາທິບໍດີ

ສະພາຕໍ່າອາເມລິກາມອບສິດເຈລະຈາໄວໃຫ້ປະທານາທິບໍດີ - ảnh 1
ສະພາ​ຕໍ່າ​ອາ​ເມ​ລິ​ກາມ​ອບສິດ​ເຈລະຈາ​ໄວ​ໃຫ້​ປະທານາທິບໍດີ
(ພາບອີນເຕີແນັດ)


​(vovworld) - ວັນ​ທີ 18/06, ຄວາມ​ມານະ​ພະຍາຍາມ​ຊຸກ​ຍູ​້ສັນຍາຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຂອງ​ອຳ​ນາດ​ການ​ປົກຄອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ​​ໄດ້​ຮັບ​ບາດກ້າວ​ຄືບ​ໜ້າ​ໃໝ່​ເມື່ອ​ສະພາ​ຕໍ່າ​ປະ​ເທດ​ນີ້​ປ່ອນ​ບັດ​ຮັບຮອງ​ເອົາ​ຮ່າງ​ກົດໝາຍກ່ຽວ​ກັບສິດ​ຊຸກຍູ້​ການ​ຄ້າ (TPA) ສະ​ເພາະ​, ຫຼື ​ເອີ້ນ​ວ່າ​ສິດ​ເຈລະຈາ​ໄວ, ​ເຊິ່ງບໍ່​ມີ​ຮ່າງ​ກົດໝາຍໜູນ​ຊ່ວຍ​ການ​ປັບປຸງ​ດ້ານ​ການ​ຄ້າ (TAA) ຕິດ​ພ້ອມ. ຮ່າງ​ກົດໝາຍນີ້​ໄດ້​ຮັບ​ການ​ຮັບຮອງ​ເອົາ​ດ້ວຍບັດ​ເຫັນ​ດີ 218 ບັດ​, ບັດ​ຂາວ 208 ບັດ. ການ​ກະທຳ​ນີ້​ຊີ້​ໃຫ້​ເຫັນ​ວ່າ ບັນດາ​ຄວາມ​ມານະ​ພະຍາຍາມ​ຂົນຂວາຍການ​ສະ​ນັບ​ສະ​ໜູນຂອງ​ອຳນາດ​ການ​ປົກຄ​​ອງ Obama ​ໃນ​ຊຸມ​ມື້ຜ່ານມາ ​ໄດ້​ນຳ​ມາ​ເຊິ່ງປະສິດ​ທິຜົນ ຍ້ອນ TPA ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ແບບ​​ເອກ​ະລາດ ຫາກບໍ່​ຕິດ​ພ້ອມກັບ​ຮ່າ​ງກົ​ດໝາຍ​ໃດ​ ນັງທັງ​ຮ່າງ​ກົດໝາຍ TAA, ​ທີ່ເຄີຍ​ຖືກ​ບັນດາ​ສະມາຊິກ​ພັກ​ປະຊາທິປະ​ໄຕ​ປະຕິ​ເສດ​ໃນ​ທ້າ​ຍສັບພະ​ດາ​ກ່ອນ. ບັນດາ​ສະມາຊິກ​ພັກສາ​ທາະລະນະ ສະ​​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ເລື່ອງ​ສະພາ​ຕໍ່າ​ອາ​ເມລິ​ກາ ຍູ້​​ໄວຈຸດ​ເວລາ​ປ່ອນ​ບັດ​ກ່ຽວ​ກັບ TPA ກ່ອນ​ກຳນົດ​ເວລາ​​ໃນວັນ​ທີ 30/07 ຈະ​ມາ​ເຖິງ ​ໄດ້ຊີ້​ໃຫ້​ເຫັນ​ວ່າ, ​ຜູ​້ສະ​ໜັບສະ​ໜູນຮ່າງກົດໝາຍ​ນີ້​ອາດຈະ​ຂົນຂວາຍ​​ຈຳນວນ​ບັດສະໜັບສະໜູນ​ໄດ້​ຢ່າງ​ພຽງພໍ ເພື່ອ​ຮັບຮອງ​ເອົາໃຫ້​ທັງ TPA ​ແລະ TAA.

ຂ່າວ/ບົດ​ອື່ນ