ສະພາຕໍ່າແບນຊິກ ສະໜັບສະໜູນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ

ສະພາຕໍ່າແບນຊິກ ສະໜັບສະໜູນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1
ທ່ານ​ເລ​ຮ່ວາງ​ກວນ, ກຳມະການ​ສູນ​ກາງ​ພັກ
ຕ້ອນຮັບ​ທ່ານ Andere Flahaut, ປະ​ທານ​ສະພາ​ຕໍ່າ​ແບນ​ຊິກ
(ພາບ: TTXVN)


(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແບນ​ຊິກ, ຕອນ​ຄໍ່າ​ວັນ​ທີ 30/06, ຢູ່​ນະຄອນຫຼວງ ບຣຸກ​ແຊນ, ທ່ານ​ເລ​ຮ່ວາງ​ກວນ, ກຳມະການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Andere Flahaut, ປະ​ທານ​ສະພາ​ຕໍ່າ​ແບນ​ຊິກ. ທີ່​ການ​ຕ້ອນຮັບ, ທ່ານ​ເລ​ຮ່ວາງ​ກວນ ປາດ​ຖະໜາ​ວ່າ ດ້ວຍ​ຖານະ​ເປັນ​ປະທານ​ສະພາ​ຕໍ່າ​ແບນ​ຊິກ, ທ່ານ​ປະທານ Andere Flahaut ຈະ​ຮ່ວມ​​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະຊາ​ຄົມ​ສາກົນ ມີ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ນອກຈາກ​ນັ້ນ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຝ່າຍ​ຈີນ ຍັງ​ມີ​ບັນດາ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນຕື່ມ. ທ່ານ​ເລ​ຮ່ວາງກວນ ຢືນຢັນ​ວ່າ​ ຍາມ​ໃດ​ຫວຽດນາມ  ກໍ່​ມີ​​ແຜນ​ນະ​ໂຍບາຍ​ແກ້​ໄຂ​ບັນດາ​ບັນຫາ​ດ້ວຍ​ການ​ເຈລະຈາ ບົນ​ຈິດ​ໃຈ​ເຄົາລົບ​ອະທິປະ​ໄຕ, ​ເອກະລາດ​ແຫ່ງ​ຊາດ ​ແລະ ສະ​ເໜີ​ໃຫ້​ຝ່າຍ​ຈີນ ​ເຄົາລົບ​ກົດໝາຍ​ສາກົນ​ກ່ຽວ​ກັບ​ທະ​ເລ.

        ສ່ວນ​ທ່ານປະ​ທານ​ສະພາ​ຕໍ່າ ​Andere Flahaut ກໍ່​ຢືນຢັນ​ວ່າ​ຈະ​ສະໜັບສະໜູນ​ຫວຽດນາມ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ສັນຕິ​ວິທີ, ຫຼີກ​ເວັ້ນບໍ່​ນຳ​​ໃຊ້​ກຳລັງ​ອາວຸດ.

ຂ່າວ/ບົດ​ອື່ນ