ສະພາຕ່ຳ ອາເມລິກາ ຮັບຮອງເອົາບ້ວງເງິນໜູນຊ່ວຍມີມູນຄ່າ 61 ຕື້ USD ໃຫ້ແກ່ ຢູແກຼນ

(VOVWORLD) - ຕາມນັ້ນແລ້ວ, ຈຳນວນເງິນເກືອບ 14 ຕື້ USD ຈະໃຊ້ຈ່າຍໃຫ້ການເຄື່ອນໄຫວບຳລຸງສ້າງ, ປະກອບເຄື່ອງອຸປະກອນຮັບໃຊ້ບັນດາຄວາມຕ້ອງການຂອງກອງທັບ ຢູແກຼນ.
ສະພາຕ່ຳ ອາເມລິກາ ຮັບຮອງເອົາບ້ວງເງິນໜູນຊ່ວຍມີມູນຄ່າ 61 ຕື້ USD ໃຫ້ແກ່ ຢູແກຼນ - ảnh 1(ພາບປະກອບ: Reuters)

        ທີ່ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 20 ເມສາ (ຕາມເວລາທ້ອງຖິ່ນ), ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍທີ່ມີມູນຄ່າ 61 ຕື້ USD ເພື່ອໜູນຊ່ວຍໃຫ້ ຢູແກຼນ. ຕາມນັ້ນແລ້ວ, ຈຳນວນເງິນເກືອບ 14 ຕື້ USD ຈະໃຊ້ຈ່າຍໃຫ້ການເຄື່ອນໄຫວບຳລຸງສ້າງ, ປະກອບເຄື່ອງອຸປະກອນຮັບໃຊ້ບັນດາຄວາມຕ້ອງການຂອງກອງທັບ ຢູແກຼນ. ກີແອັບ ກໍ່ຈະໄດ້ຮັບຈຳນວນເງິນ 10 ຕື້ USD ດ້ວຍບັນດາບ້ວງເງິນກູ້ຢືມເພື່ອໜູນຊ່ວຍດ້ານເສດຖະກິດ ແລະ ງົບປະມານ ຢູແກຼນ, ໃນນັ້ນມີ ການໜູນຊ່ວຍໃຫ້ແກ່ຂະແໜງພະລັງງານ ແລະ ຟື້ນຟູພື້ນຖານໂຄງລ່າງ. ຕາມລະບຽບການແລ້ວ, ບ້ວງເງິນໜູນຊ່ວຍດັ່ງກ່າວຈະໄດ້ສົ່ງໄປສະພາສູງ ອາເມລິກາ ເພື່ອພິຈາລະນາຮັບຮອງເອົາ.

        ທ່ານປະທານາບໍດີຢູແກຼນ Volodymyr Zelensky ໄດ້ຊົມເຊີຍເລື່ອງສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາບ້ວງເງິນໜູນຊ່ວຍດັ່ງກ່າວ. ໃນຂະນະນັ້ນ, ວັງ Kremlin ຖືວ່າ, ເລື່ອງສະພາຕ່ຳ ອາເມລິກາ ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ຈະເຮັດໃຫ້ມີຊາວ ຢູແກຼນ ຫຼາຍຄົນເສຍຊີວິດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ