ສະພາຕ່ຳ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍດ້ານປ້ອງກັນປະເທດສູງສະຖິຕິ

(VOVWORLD) - ສະພາຕ່ຳ ອາເມລິກາ ໄດ້ເລີ່ມປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການມອບສິດດ້ານປ້ອງກັນປະເທດ (NDAA) ປີ 2024, ໃນນັ້ນລວມມີບ້ວງເງິນສຳລັບກະຊວງປ້ອງກັນປະເທດ. ພາຍຫຼັງຊັ່ງຊາຕີລາຄາ ເປັນເວລາ 3 ວັນ
ສະພາຕ່ຳ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍດ້ານປ້ອງກັນປະເທດສູງສະຖິຕິ - ảnh 1ສະພາຕ່ຳ ອາເມລິກາ
(ພາບ:AFP/TTXVN)

ວັນທີ 14 ກໍລະກົດ, ສະພາຕຳ່ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍດ້ານປ້ອງກັນປະເທດ ທີ່ມີມູນຄ່າ 886 ຕື້ໂດລາສະຫະລັດ. ນີ້ແມ່ນບ້ວງງົບປະມານດ້ານປ້ອງກັນປະເທດມີມູນຄ່າຫຼາຍທ່ີ່ສຸດໃນປະຫວັດສາດຂອງ ອາເມລິກາ, ເພີ່ມຂຶ້ນປະມານ 70 ຕື້ໂດລາສະຫະລັດ ເມື່ອທຽບໃສ່ປີ 2022.

ກ່ອນໜ້ານັ້ນ, ວັນທີ 12 ກໍລະກົດ, ສະພາຕ່ຳ ອາເມລິກາ ໄດ້ເລີ່ມປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການມອບສິດດ້ານປ້ອງກັນປະເທດ (NDAA) ປີ 2024, ໃນນັ້ນລວມມີບ້ວງເງິນສຳລັບກະຊວງປ້ອງກັນປະເທດ. ພາຍຫຼັງຊັ່ງຊາຕີລາຄາ ເປັນເວລາ 3 ວັນ, ສະພາຕ່ຳໄດ້ຮັບຮອງເອົາຮ່າງກົດໝາຍມີອັດຕາບັດສະໜັບສະໜູນ ແມ່ນ 219 ບັດ ແລະ ບັດຄ້ານ 210 ບັດ, ສະແດງໃຫ້ເຫັນແຈ້ງການແບ່ງແຍກໃນທັດສະນະຂອງພັກປະຊາທິປະໄຕ ແລະ ພັກ ສາທາລະນະ - ເຊິ່ງເປັນພັກຝ່າຍພວມກວມອັດຕາທີ່ນັ່ງຫຼາຍກ່ວາໃນສະພາຕ່ຳ. ຮ່າງກົດໝາຍສະເໜີເພີ່ມເງິນເດືອນໃຫ້ແກ່ພົນທະຫານ, ເພີ່ມເຕີມງົບປະມານເພື່ອແນໃສ່ແກ່ງແຍ້ງດ້ານການທະຫານກັບ ຈີນ ແລະ ສະໜອງຈຳນວນເງິນ 300 ລ້ານໂດລາສະຫະລັດຕື່ມອີກ ເພື່ອໜູນຊ່ວຍ ຢູແກຼນ.

ວົງການຜູ້ສັງເກດການໃຫ້ຂໍ້ສັງເກດວ່າ ພັກ ສາທາລະນະຢູ່ ສະພາຕ່ຳ ອາດຈະຮັບຮອງເອົາບັນດາມາດຕາທີ່ໄດ້ກໍ່ການໂຕ້ຖຽງກັນໃນຮ່າງກົດໝາຍສະບັບນີ້ ຫາກບໍ່ຕ້ອງການໄດ້ຮັບການສະໜັບສະໜູນຈາກພັກຝ່າຍ ປາຊາທິປະໄຕ. ແຕ່ເຖິງຢ່າງໃດກໍ່ຕາມ, ຢູ່ສະພາສູງ, ບັນດາການປ່ຽນແປງດັ່ງກ່າວໄດ້ຮັບຮອງເອົາແມ່ນຕ່ຳຫຼາຍຍ້ອນພັກປະຊາທິປະໄຕ ພວມກວມອັດຕາທີ່ນັ່ງສ່ວນຫຼາຍຢູ່ອົງການນິຕິບັນຍັດນີ້. ບັນດາການປຶກສາຫາລືກ່ຽວກັບຮ່າງກົດໝາຍ NDAA ຢູ່ສະພາສູງຈະໄດ້ດຳເນີນໃນອາທິດໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ