ສະພາຕ່ຳ ອາເມລິກາ ຮັບຮອງເອົາຮ່າງກົດໝາຍອຸປະຖຳຈຳນວນເງິນ 14,3 ຕື້ USD ໃຫ້ແກ່ ອິດສະຣາແອັນ

(VOVWORLD) - ພັກສາທາລະນະໄດ້ຍົກອອກຮ່າງກົດໝາຍດັ່ງກ່າວໃນວັນທີ 31 ຕຸລາ, ສະຫງວນສະເພາະຈຳນວນເງິນ 14,3 ຕື້ USD ເພື່ອອຸປະຖຳໃຫ້ ອິດສະຣາແອັນ ເທົ່ານັ້ນ
ສະພາຕ່ຳ ອາເມລິກາ ຮັບຮອງເອົາຮ່າງກົດໝາຍອຸປະຖຳຈຳນວນເງິນ 14,3 ຕື້ USD ໃຫ້ແກ່ ອິດສະຣາແອັນ - ảnh 1ພັກສາທາລະນະໄດ້ຍົກອອກຮ່າງກົດໝາຍສະຫງວນສະເພາະຈຳນວນເງິນ 14,3 ຕື້ USD ເພື່ອອຸປະຖຳໃຫ້ ອິດສະຣາແອັນ
(ພາບ: AFP/TTXVN)

        ຕອນຄ່ຳວັນທີ 02 ພະຈິກ (ຕາມເວລາທ້ອງຖິ່ນ), ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາແຜນການຂອງພັກສາທາລະນະທີ່ຈະອຸປະຖຳຈຳນວນເງິນ 14,3 ຕື້ USD ໃຫ້ແກ່ ອິດສະຣາແອັນ ໃນສະພາບການ ການປະທະກັນລະຫວ່າງປະເທດນີ້ກັບຂະບວນການ ຮາມາດ ພວມສືບຕໍ່ເກີດຂຶ້ນ.

        ຮ່າງກົດໝາຍໄດ້ຮັບຮອງເອົາດ້ວຍບັດເຫັນດີ 226 ແລະ ບັດຄ້ານ 196 ບັດ, ດ້ວຍສະມາຊິກພັກສາທາລະນະສະໜັບສະໜູນຮ່າງກົດໝາຍ ໃນຂະນະທີ່ສະມາຊິກພັກປະຊາທິປະໄຕສ່ວນຫຼາຍແມ່ນຄັດຄ້ານ. ພັກສາທາລະນະໄດ້ຍົກອອກຮ່າງກົດໝາຍດັ່ງກ່າວໃນວັນທີ 31 ຕຸລາ, ສະຫງວນສະເພາະຈຳນວນເງິນ 14,3 ຕື້ USD ເພື່ອອຸປະຖຳໃຫ້ ອິດສະຣາແອັນ ເທົ່ານັ້ນ, ກົງກັນຂ້າມກັບຂໍ້ສະເໜີຂອງທຳນຽບຂາວແມ່ນອຸປະຖຳຈຳນວນເງິນ 106 ຕື້ USD ໃຫ້ທັງ ອິດສະຣາແອັນ ແລະ ຢູແກຼນ. ບ້ວງເງິນອຸປະຖຳເຊິ່ງພັກສາທາລະນະສະເໜີດັ່ງກ່າວກໍ່ບໍ່ລວມທັງການອຸປະຖຳມະນຸດສະທຳໃຫ້ແກ່ສາມັນຊົນຢູ່ເຂດ ກາຊາ ຄືດັ່ງທຳນຽບຂາວຮຽກຮ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ