ສະພາຕ່ຳ ອາເມລິກາ ເລີ່ມຕົ້ນອະພິປາຍເປີດເຜີຍ ແນໃສ່ຮັບໃຊ້ການສືບສວນພິຈາລະນາໂທດຂອງທ່ານປະທານາທິບໍດີ Trump

(VOVWORLD) -ວັນທີ 13 ພະຈິກ, ກຳມາທິການສືບລາຊະການລັບສະພາຕ່ຳ ອາເມລິກາ ໄດ້ຈັດຕັ້ງວາລະປະຊຸມອະພິປາຍເປີດເຜີຍຄັ້ງທຳອິດທີ່ກ່ຽວຂ້ອງເຖິງການສືບສວນພິຈາລະນາໂທດຂອງທ່ານປະທານາທິບໍດີ Donald Trump. 
ສະພາຕ່ຳ ອາເມລິກາ ເລີ່ມຕົ້ນອະພິປາຍເປີດເຜີຍ ແນໃສ່ຮັບໃຊ້ການສືບສວນພິຈາລະນາໂທດຂອງທ່ານປະທານາທິບໍດີ Trump - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ: THX/ TTXVN)

ວາລະອະພິປາຍໄດ້ຖ່າຍທອດສົດທາງໂທລະພາບ ເພື່ອແນໃສ່ຮັບໃຊ້ໃຫ້ແກ່ການສືບສວນວ່າ ທ່ານປະທານາທິບໍດີ  Donald Trump ສວຍໃຊ້ສິດອຳນາດເກີນຂອບເຂດຫຼືບໍ່, ເມື່ອຢາກເອົາການອຸປະຖຳໃຫ້ແກ່ ຢູແກຼນ ຕິດພັນໃສ່ກັບຄວາມຮຽກຮ້ອງຕ້ອງການສືບສວນທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden, ແມ່ນໜຶ່ງໃນບັນດາຜູ້ອອກສະໝັກເລືອກຕັ້ງມີນ້ຳໜັກດີຂອງພັກປະຊາທິປະໄຕໃນການແຂ່ງຂັນເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ 2020.

        ຕົວພະຍານ 2 ທ່ານທີ່ເຂົ້າຮ່ວມວາລະອະພິປາຍແມ່ນທ່ານ William Taylor ຜູ້ຮັກສາການເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຢູແກຼນ ແລະ ທ່ານ George Kent ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນດາບັນຫາ ເອີຣົບ ແລະ ອາຊີ, ທັງສອນທ່ານລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການອຸປະຖຳດ້ານການທະຫານໃຫ້ແກ່ ຢູແກຼນ ແລະ ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງທ່ານປະທານາທິບໍດີ Donald Trump ໂຈະບ້ວງເງິນອຸປະຖຳນີ້ ແນໃສ່ກໍ່ຄວາມກົດດັນຮຽກຮ້ອງໃຫ້ທ່ານປະທານາທິບໍດີ ຢູແກຼນ ຖະແຫຼງເປັນການສືບສວນທ່ານ Biden ແລະ ບໍລິສັດອາຍແກັດທຳມະຊາດ Burisma ຂອງ ຢູແກຼນ. ຕົວພະຍານທັງ 2 ທ່ານນັ້ນ ກໍ່ລ້ວນແຕ່ສະແດງຄວາມວິຕົກກັງວົນວ່າ ການກໍ່ຄວາມກົດດັນຂອງທຳນຽບຂາວ ບໍ່ພຽງແຕ່ມີຜົນກະທົບເຖິງ ຢູແກຼນ ເທົ່ານັ້ນ ຫາກຍັງນັບທັງຜົນປະໂຫຍດຂອງ ອາເມລິກາ ໃນພາກພື້ນອີກດ້ວຍ, ໂດຍລະອຽດແມ່ນການຮັບມືກັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ