ສະພາຕ່ຳ ອາເມລິກາ ເລືອກຕັ້ງປະທານຄົນໃໝ່

(VOVWORLD) - ທ່ານ Mike Johnson, ສະມາຊິກສະພາຕ່ຳ ໄດ້ຮັບບັດເລືອກຕັ້ງ 220 ບັດ, ຫຼາຍກ່ວາ 3 ບັດເມື່ອທຽບໃສ່ຈຳນວນບັດທີ່ຕ້ອງການ ເພື່ອກາຍເປັນປະທານສະພາຕ່ຳ ອາເມລິກາ.
ສະພາຕ່ຳ ອາເມລິກາ ເລືອກຕັ້ງປະທານຄົນໃໝ່ - ảnh 1ທ່ານ Mike Johnson, ສະມາຊິກສະພາຕ່ຳ (ພາບ:AFP/TTXVN)

ຕອນຄ່ຳວັນທີ 25 ຕຸລາ, ຕາມເວລາທ້ອງຖິ່ນ, ສະພາຕ່ຳ ອາເມລິກາ ໄດ້ເລືອກຕັ້ງທ່ານ Mike Johnson, ສະມາຊິກສະພາຕ່ຳ ເປັນຫົວໜ້າອົງການນີ້. ທ່ານ Johnson ເປັນຜູ້ອອກສະໝັກຮັບເລືອກຕັ້ງຜູ້ທີ 4 ໂດຍພັກສາທາລະນະສະເໜີ.

        ທ່ານ Mike Johnson, ສະມາຊິກສະພາຕ່ຳ ໄດ້ຮັບບັດເລືອກຕັ້ງ 220 ບັດ, ຫຼາຍກ່ວາ 3 ບັດເມື່ອທຽບໃສ່ຈຳນວນບັດທີ່ຕ້ອງການ ເພື່ອກາຍເປັນປະທານສະພາຕ່ຳ ອາເມລິກາ. ໃນຂະນະນັ້ນ, ທ່ານ Hakeem Jeffries, ຜູ້ຮັບສະໝັກເລືອກຕັ້ງຂອງພັກ ປະຊາທິປະໄຕ ເຊິ່ງແມ່ນປະທານຄະນະກຳມາທິການຍຸຕິທຳຂອງສະພາຕ່ຳ ຍາດໄດ້ບັດເລືອກຕັ້ງພຽງ 209 ບັດເທົ່ານັ້ນ.

        ພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານ Mike Johnson ປະກາດວ່າສະພາຕ່ຳ ອາເມລິກາ ໄດ້ກັບຄືນການເຮັດວຽກ ແລະ ປະກາດການເຄື່ອນໄຫວນິຕິບັນຍັດຄັ້ງທຳອິດຂອງທ່ານຈະແມ່ນສະໜັບສະໜູນ ອິດສະຣາແອນ ໃນການປະທະກັນກັບ ຮາມາດ. ທ່ານປະທານສະພາຕ່ຳ ອາເມລິກາ ຄົນໃໝ່ ກໍ່ໃຫ້ຮູ້ວ່າ: ທ່ານຈະຊຸກຍູ້ການສ້າງຮ່າງກົດໝາຍວ່າດ້ວຍງົບປະມານເພື່ອຮັບປະກັນວ່າ ລັດຖະບານ ອາເມລິກາ ຈະບໍ່ໄດ້ປິດປະຕູໃນວັນທີ 17 ພະຈິກ. ນອກຈາກນັ້ນ, ທ່ານ Mike Johnson ກໍ່ຈະບຸລິມະສິດບັນຫາຮັກສາຄວາມສະຫງົບປອດໄພເຂດຊາຍແດນ ແລະ ສ້າງຕັ້ງຄະນະກຳມະການບັນດາພັກການເມືອງ ເພື່ອຊອກຫາວິທີການແກ້ໄຂໜີ້ສາທາລະນະທີ່ມີມູນຄ່າ 33.000 ຕື້ໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ