ສະພາຕ່ຳຍີ່ປຸ່ນຮັບຮອງເອົາງົບປະມານເພີ່ມເຕີມໃນການພັດທະນາເສດຖະກິດ

ສະພາຕ່ຳຍີ່ປຸ່ນຮັບຮອງເອົາງົບປະມານເພີ່ມເຕີມໃນການພັດທະນາເສດຖະກິດ - ảnh 1
ພາ​ບ​ປະ​ກອບ

(vovworld) - ວັນ​ທີ 4/10, ສະ​ພາ​ຕ​່ຳ ຍີ່​ປຸ່ນ ໄດ້​ຮັບ​ຮອງ​ເອົາ​ບ້ວງ​ງົບ​ປະ​ມານ​ເພີ່ມ​ເຕີມ​ທີ່​ມີ​ມູນ​ຄ່າ​ປະ​ມານ 4.110 ຕື້ ເຢັນ (ເທົ່າ​ກັບ 41 ຕື້ USD) ເພື່ອ​ແນ​ໃສ່​ຊຸກ​ຍູ້​ເສດ​ຖະ​ກ​ິດ​ຂອງ​ປະ​ເທດ​ນີ້,  ທີ່​ເຄີຍ​ປະ​ເຊີນ​ໜ້າ​ກັບ​ການ​ເຕີບ​ໂຕ​ຊັກ​ຊ້າ. ດ້ວຍ​ບ້ວງ​ງົບ​ປະ​ມານ​ໃໝ່​ດັ່ງ​ກ່າວ, ​ປະ​ມານ1.410 ຕື້​ເຢັນ​ ກໍ່​ຈະ​ໄດ້​ຮັບ​ການ​ໃຊ້​ຈ່າຍ​ໃນ​ການ​ເຄື່ອນ​ໄຫວ​ປັບ​ປຸ​ງ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ແນ​ໃສ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ໄປ​ຍີ່​ປຸ່ນ ແລະ ຊຸກຍ​ູ້​ການ​ສົ່ງ​ອອກ​ບັນ​ດາ​​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ. ​ປະ​ມານ 430 ຕື້​ເຢັ​ນ​ຈະ​ໄດ້​ຮັບ​ການ​ຈັດ​ແບ່ງ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ກໍ່​ຄື​ຟື້ນ​ຟູ​ເສດ​ຖະ​ກິດ​ທ້ອງ​ຖິ່ນ. ລັດ​ຖະ​ບານ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ (LDP) ກຳ​ອຳ​ນາດ​ຄາດ​ຄະ​ເນ​ປະ​ກ​າດ​ໃຊ້​ງົບ​ປະ​ມານນີ້​ໃນ​ວັນ​ທີ 11/10 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ