ສະພາຕ່ຳຍີ່ປຸ່ນໃຫ້ສັດຕະຍາບັນ CPTPP

(VOVWORLD) -ວັນທີ 18 ພຶດສະພາ, ສະພາຕ່ຳຍີ່ປຸ່ນ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ເຊິ່ງກ່ອນນີ້ໄດ້ເອີ້ນວ່າ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP).

ສະພາຕ່ຳຍີ່ປຸ່ນໃຫ້ສັດຕະຍາບັນ CPTPP - ảnh 1

ສະພາຕ່ຳຍີ່ປຸ່ນໃຫ້ສັດຕະຍາບັນ CPTPP 

(ພາບ: AFP/TTXVN)

CPTPP ເລີ່ມມີຜົນສັກສິດໃນຮອບເວລາ 60 ວັນ ພາຍຫຼັງຢ່າງໜ້ອຍສຸດມີ 6 ປະເທດສະມາຊິກສຳເລັດການໃຫ້ສັດຕະຍາບັນ. ປະຈຸບັນ, ເມັກຊີໂກ ໄດ້ສຳເລັດບັນດາລະບຽບການດັ່ງກ່າວແລ້ວ.

      ຍີ່ປຸ່ນ ຫວັງວ່າຈະຮັບປະກັນໃຫ້ CPTPP ມີຜົນສັກສິດໄວທີ່ສຸດ ອາດຈະແມ່ນພາຍຫຼັງທີ່ລັດຖະບານຂອງທ່ານນາຍົກລັດຖະມົນຕີ Shinzo Abe ພວມຊຸກຍູ້ດ້ານການຄ້າເສລີ ໃນສະພາບທີ່ຄວາມວິຕົກກັງວົນພວມເພີ່ມຂຶ້ນກ່ຽວກັບນະໂຍບາຍອາລັກຂາການຄ້າຂອງອຳນາດການປົກຄອງປະທານາທິບໍດີອາເມລິກາ Donald Trump. ຍີ່ປຸ່ນ ກໍ່ພວມມານະພະຍາຍາມສົ່ງເສີມອາເມລິກາ ເຂົ້າຮ່ວມສັນຍານີ້ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ