ສະພາຕ່ຳລັດເຊຍ ຮຽກຮ້ອງ ອາເມລິກາ ຈົ່ງຢຸດຕິ ການປິດລ້ອມເສດຖະກິດຕ້ານກູບາ

ສະພາຕ່ຳລັດເຊຍ ຮຽກຮ້ອງ ອາເມລິກາ ຈົ່ງຢຸດຕິ       ການປິດລ້ອມເສດຖະກິດຕ້ານກູບາ - ảnh 1
ອາ​ເມ​ລິ​ກາ ນຳ​ໃຊ້​ນະ​ໂຍບາຍ​ຂວ້ຳ​ບາດ​ຕ້ານ​ກູ​ບາ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​​​ຕໍ່​
ປະ​ເທດ​ນີ້​ກວ່າ 108 ຕື້ USD ​​​
ພາບ: internet


(vovworld) - ຕອນ​ບ່າຍ​ວັນ​ທີ 20/11, ສະພາ​ຕຳ່​ລັດ​ເຊຍ ​ໄດ້​ຮຽກຮ້ອງ​ ​ໃຫ້ ອາ​ເມ​ລິ​ກາ ຈົ່ງ​ຢຸດຕິ​ການ​ປິດ​ລ້ອມດ້ານ​​ເສດຖະກິດ​ ການ​ຄ້າ ​ແລະ ການ​ເງິນ​ຕ້ານ​ກູ​ບາ. ນີ້​ເປັນ​ຄັ້ງ​ທີ 10 ນັບ​ແຕ່​ເມື່ອ​ປີ 1994, ສະພາ​ຕຳ່​ລັດ​ເຊຍ ຍົກ​ອອກ​ຄຳ​ຮຽກຮ້ອງ​ດັ່ງກ່າວ. ​ໃນ​          ຖະ​ແຫລ​ງການ​ຂອງ​ຕົນ, ລັດ​​ເຊຍ ​ໄດ້​ເນັ້ນ​ຫນັກ​​ເຖິງ​ເລ່ືອງ ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ວາງອອກ​ມະຕິ​​ໂດຍ​ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ຈົ່ງ​ຢຸດຕິ​ການ​ປິດ​ລ້ອມ​ດ້ານເສດຖະກິດ ​ເພື່ອ​ຕ້ານ​ກູ​ບາ. ​​ເລື່ອງ​ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ຂວ້ຳບາດ​ຕ້ານ ກູ​ບາ ພຽງ​ຝ່າຍ​ດຽວນັ້ນ ບໍ່​ພຽງ​ແຕ່​​ເປັນ​ສິ່ງກີດຂວາງ​ຕໍ່​ພື້ນຖານ​ເສດຖະກິດ ກູ​ບາ ​ເທົ່າ​ນັ້ນ ຫາກ​ຍັງ​ລະ​ເມີດ​ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ ຊາວ ກູ​ບາ ທີ່ພວມ​ດຳລົງຊີວິດ​ຢູ່ບັນດາ​ປະ​ເທດ​ອື່ນ​ໃນ​ໂລກ​ອີກ​ດ້ວຍ. ​ເລ່ືອງ ອາ​ເມ​ລິ​ກາ ນຳ​ໃຊ້​ນະ​ໂຍບາຍ​ຂວ້ຳ​ບາດ​ຕ້ານ​ກູ​ບາ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​​​ຕໍ່​ປະ​ເທດ​ນີ້​ກວ່າ 108 ຕື້ USD ​​​ຄິດ​ໄລ່​ຮອດ​ເດືອນ 12/2011. ສະພາ​ຕຳ່ ລັດ​ເຊຍ ອີກ​ຄັ້ງ​ຫນຶ່ງ​ຮຽກຮ້ອງ​ໃຫ້​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ບົນ​ພື້ນຖານ​ບັນດາ​ຫລັກການ​ກ່ຽວ​ກັບ​ການ​ພົວພັນ​ກັບ​ສາກົນ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້ ຈົ່ງ​ພິຈາລະນາ​ຄືນ​ກົດໝາຍ Helms - Burton ​ແລະ ​ເອກ​ະສານ​ອື່ນ​ທີ່​ພວມ​ກີດຂວາງ​​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ ກັບ​ກູ​ບາ, ຈາກ​ນັ້ນ ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ສົງຄາມ​ເຢັນ. ສະພາ​ຕຳ່ ລັດ​ເຊຍ ຍັງ​ຮຽກຮ້ອງ​ໃຫ້​ສະພາ​ແຫ່ງ​ຊາດ​ທຸກ​ປະ​ເທດ​ສະມາຊິກ ສປຊ ຈ່ົງ​ສົມທົບ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ຮຽກຮ້ອງ ອາ​ເມ​ລິ​ກາ ຍົກ​ເລິກ​ນະ​ໂຍບາຍ​ຂວ້ຳ​ບາດ​ຕ້ານ​ກູ​ບາ.

 

ຂ່າວ/ບົດ​ອື່ນ