ສະພາຕ່ຳລັດເຊຍຮັບຮອງເອົາຮ່າງກົດໝາຍໂຕ້ຕອບບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ

(VOVWORLD) -ວັນທີ 22 ພຶດສະພາ, ສະພາຕ່ຳລັດເຊຍ ໄດ້ຮັບຮອງເອົາຮ່າງກົດໝາຍຄັ້ງສຸດທ້າຍທີ່ອະນຸຍາດໃຫ້ທ່ານປະທານາທິບໍດີຈັດວາງບັນດາຄຳສັ່ງລົງໂທດແນໃສ່ໂຕ້ຕອບບັນດາຂໍ້ຈຳກັດເຊິ່ງອາເມລິກາ ແລະ ບັນດາປະເທດພັນທະມິດ ກໍຄືບັນດາປະເທດ “ບໍ່ເປັນມິດ” ອື່ນຈັດວາງເພື່ອຕ້ານລັດເຊຍ.

ຕາມຮ່າງກົດໝາຍດັ່ງກ່າວແລ້ວ, ທ່ານປະທານາທິບໍດີລັດເຊຍ ອາດຈະມອບສິດໃຫ້ລັດຖະບານຈັດວາງບັນດາຄຳສັ່ງລົງໂທດໂຕ້ຕອບທີ່ແຕກຕ່າງກັນ. ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການດັ່ງກ່າວອາດຈະບໍ່ຕ້ອງການນຳໃຊ້ສຳລັບບັນດາປະເພດສິນຄ້າທີ່ຈຳເປັນ, ບັນດາປະເພດສິນຄ້າທີ່ຄ້າຍຄືກັນເຊິ່ງລັດເຊຍ ບໍ່ຜະລິດ. ທ່ານປະທານາທິບໍດີກໍ່ມີສິດຍົກອອກບັນດາຄຳຕັດສິນລົງໂທດທີ່ເໝາະສົມ ໂດຍອີງໃສ່ບັນດາຂໍ້ສະເໜີຂອງສະພາປ້ອງກັນຄວາມສະຫງົບລັດເຊຍ, ຫ້າມ ຫຼື ຈຳກັດບັນດາພົນລະເມືອງລັດເຊຍ, ບໍລິສັດລັດເຊຍ ຮ່ວມມືດຳເນີນທຸລະກິດກັບບັນດາຄູ່ຮ່ວມມືທີ່ມາຈາກບັນດາປະເທດ “ບໍ່ເປັນມິດ” ກັບລັດເຊຍ ກໍ່ຄືຫ້າມນຳເຂົ້າບັນດາປະເພດສິນຄ້າໂດຍບັນດາຄູ່ຮ່ວມມືນີ້ຜະລິດ. ຄຳສັ່ງຫ້າມນຳເຂົ້ານີ້ບໍ່ນຳໃຊ້ສຳລັບບັນດາກໍລະນີພົນລະເມືອງລັດເຊຍ ຫຼື ຊາວຕ່າງປະເທດນ້ຳເຂົ້າເພື່ອນຳໃຊ້ສ່ວນຕົວ…

      ຕາມແຜນການ, ຮ່າງກົດໝາຍດັ່ງກ່າວຈະໄດ້ຍື່ນສະເໜີຕໍ່ສະພາສູງລັດເຊຍ ຮັບຮອງເອົາ ກ່ອນທີ່ຈະຍື່ນສະເໜີຕໍ່ທ່ານປະທານາທິບໍດີລັດເຊຍ ເຊັນປະກາດໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ