ສະພາຕຳ່ລັດເຊຍໃຫ້ສັດຕະຍາບັນFTAລະຫວ່າງEAEUຫວຽດນາມ

ສະພາຕຳ່ລັດເຊຍໃຫ້ສັດຕະຍາບັນFTAລະຫວ່າງEAEUຫວຽດນາມ - ảnh 1
(ພາບປະກອບ/TTXVN)

(vovworld) - ດູ​ມາ​ແຫ່ງ​ຊາດ (ສະພາ​ຕຳ່) ລັດ​ເຊຍ ​ໄດ້​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​​ເສລີ (FTA) ລະຫວ່າງ​ພັນທະ​ມິດ​ເສດຖະກິດ​ອາຊີ-​ເອີ​ລົບ (EAEU-ເຊິ່ງລວມມີ​ລັດ​ເຊຍ, ​ເບ​ລາຣູດ, ກາ​ຢັກ​ສະຖານ. ອາກ​ເມ​ເນຍ ​ແລະ ກຽກກີສະຖານ) ກັບ​ຫວຽດນາມ. ວັນ​ທີ 25/4, ລັດຖະມົນຕີ​ວ່າການ​ກະຊວງ​ພັດທະນາ​ເສດຖະກິດ​ ລັດ​ເຊຍ Alexri Likhachev ຊີ້​ແຈ້ງວ່າ, ​ເລື່ອງ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ​ແລະ ປັບປຸງ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ຂໍ້​ຕົກລົງ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ EAEU ​ເປີດ​ກວ້າງ​ວິວັດ​ການ​ສຳ​ຜັດ​ກັບ​ພື້ນຖານ​ເສດຖະກິດ​ພາກ​ພື້ນ​ອາຊີ - ປາຊີ​ຝິກອີກ​ດ້ວຍ. ນີ້​ແມ່ນ FTA ທຳ​ອິດ​ຂອງ EAEU ກັບປະ​ເທດ​ໜຶ່ງ. ນອກຈາກ​ເລື່ອງ​ຕົກລົງ​ຂໍ້​ກຳນົດ​ຫຼຸດຜ່ອນ ຫຼື​ຍົກ​ເວັ້ນພາສີ​ນຳ​ເຂົ້າ​ສຳລັບ​ສິນຄ້າປະ​ເພດ​ຕ່າງໆ, ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ອື່ນໆ​ຂອງ EAEU ​ຍັງໃຫ້​ຄຳ​ໝັ້ນ​ສັນຍາ​ຫຼຸດຜ່ອນ ຫຼື​ຍົກ​ເວັ້ນພາ​ສີ​ສຳລັບ 87,4% ຈຳນວນ​ພາສີ​ນຳ​ເຂົ້າ​ຈາກ​ ຫວຽດນາມ. ​ແລະ ຫວຽດນາມ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາຫຼຸດຜ່ອນ ຫຼື​ຍົກ​ເວັ້ນພາ​ສີ​ສຳລັບ 87,7% ຈຳນວນ​ພາສີ​ນຳ​ເຂົ້າ​ຈາກ​ ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ອື່ນໆ ຂອງ EAEU. ສັນຍາ​ກໍ່​ນຳ​ໃຊ້​ບັນດາ​ມາດ​ຕະການ​ປົກ​ປ້ອງ, ຕ້ານ​ການ​ຂາຍ​ບຸບ​ລາຄາ ​ແລະ ຊົດ​ເຊີຍ​​ຖືກ​ກັບ​ຂໍ້​ກຳນົດ​ຂອງ​ອົງການ​ການ​ຄ້າ​ໂລກ (WTO).

ຂ່າວ/ບົດ​ອື່ນ