ສະພາຕ່ຳລາຊະອານາຈັກອັງກິດສືບຕໍ່ໜູນຊ່ວຍຫວຽດນາມໃນການບຳລຸງສ້າງພະນັກງານບັນດາອົງການຂອງສະພາແຫ່ງຊາດ

ສະພາຕ່ຳລາຊະອານາຈັກອັງກິດສືບຕໍ່ໜູນຊ່ວຍຫວຽດນາມໃນການບຳລຸງສ້າງພະນັກງານບັນດາອົງການຂອງສະພາແຫ່ງຊາດ - ảnh 1
ທ່ານ​ນາງ ຕ່ອງ​ທິຟ໋ອງ ​ແລະ ​ທ່ານ​ນາງ Eleanor Laing
(ພາບ: vietnam+)

(vovworld) - ຕອນ​ເຊົ້າ​ວັນ​ທີ 03/10 ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ ຕ່ອງ​ທິຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສະພາ​ຕ່ຳ​ລາຊະ​ອານາຈັກ ອັງກິດ ​ໂດຍ​ທ່ານ​ນາງ Eleanor Laing ຮອງ​ປະທານ​ສະພາ​ຕ່ຳ​ນຳ​ໜ້າ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ເຈລະຈາ ທ່ານ​ນາງ​ຕ່ອງ​ທິຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ເຈລະຈາ 2 ຝ່າຍ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ທີ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ. ທ່ານ​ນາງ ຕ່ອງ​ທິຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ຊົມ​ເຊີຍ​ໂຄງການ​ຮ່ວມ​ມື “ສະພາ​ແຫ່ງ​ຊາດ​ໜຸ່ມ ຫວຽດນາມ” ລະຫວ່າງ 2 ປະ​ເທດ ​ແລະ ສະໜັບສະໜູນ​ເລື່ອງສະພາ​ແຫ່ງ​ຊາດ 2 ປະ​ເທດ​ສ້າງຕັ້ງກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ອັງກິດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ່ສະ​ເໜີ​ຝ່າຍ ອັງກິດ ​ແບ່ງປັນ​ບົດຮຽນ, ໜູນ​ຊ່ວຍ ຫວຽດນາມ ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ໃນ​ບັນດາ​ອົງການ​ສຳນັກ​ງານ​ຂອງ​ສະພາ​ແຫ່ງ​ຊາດ, ປະກອບສ່ວນ​ຍົກ​ສູງ​ຄູນ​ນະພາ​ບ​ໃນ​ການ​ສ້າງ​ກົດໝາຍ, ຍົກ​ສູງ​ປະສິດ​ທິຜົນ​ບັນດາ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ.

        ສວ່ນທ່ານ Eleanor Laing ຮອງ​ປະທານ​ສະພາ​ຕ່ຳ​ລາຊະ​ອານາຈັກ ອັງກິດ ຢັ້ງຢືນ​ວ່າ: ອັງ​ກິດ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ພະນັກງານ​ໃຫ້​ແກ່​ບັນດາອົງການ​ສຳ​ນັກ​ງານ​ຂອງ​ສະພາ​ແຫ່ງ​ຊາດ, ພ້ອມ​ທັງ​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວ​​ມ ​ແລະ ການ​ພົວພັນ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ.


ຂ່າວ/ບົດ​ອື່ນ