ສະພາຕ່ຳອັງກິດຮັບຮອງເອົາຂໍ້ຕົກລົງ Brexit

(VOVWORLD) -ແມ່ນບາດກ້າວທຳອິດມຸ່ງໄປເຖິງການປະຕິບັດສຳເລັດວິວັດທະນາການ Brexit ໃນວັນທີ 31 ມັງກອນ 2020 ເຊິ່ງທ່ານ Boris Johnson ໄດ້ຍົກອອກມາໃນບັ້ນຫາສຽງເລືອກຕັ້ງ.

ສະພາຕ່ຳອັງກິດຮັບຮອງເອົາຂໍ້ຕົກລົງ Brexit - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: Guardian)

ວັນທີ 09 ມັງກອນ, ສະພາຕ່ຳອັງກິດ ໄດ້ຮັບຮອງເອົາຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ກ່ຽວກັບເລື່ອງປະເທດອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ), ດ້ວຍບັດເຫັນດີ 330 ບັດ ແລະ ບັດຄ້ານ 231 ບັດ, ຜ່ານນັ້ນເປີດຊ່ອງທາງເພື່ອໃຫ້ Brexit ໄດ້ຮັບການປະຕິບັດໃນວັນທີ 31 ມັງກອນ ທີ່ຈະມາເຖິງ, ພາຍຫຼັງຖືກໂຈະໄວ້ເປັນເວລາຫຼາຍປີ.

          ກ່ອນໜ້ານັ້ນ, ວັນທີ 20 ທັນວາ 2019, ຂໍ້ຕົກລົງ Brexit ເຊິ່ງລັດຖະບານຂອງທ່ານນາຍົກລັດຖະມົນຕີ Boris Johnson ໄດ້ລົງນາມກັບອີຢູ ເມື່ອເດືອນ ຕຸລາ ຜ່ານມາ, ໄດ້ຮັບຮອງເອົາເປັນຄັ້ງທຳອິດຢູ່ສະພາຕ່ຳອັງກິດ ຊຸດໃໝ່. ນີ້ແມ່ນບາດກ້າວທຳອິດມຸ່ງໄປເຖິງການປະຕິບັດສຳເລັດວິວັດທະນາການ Brexit ໃນວັນທີ 31 ມັງກອນ 2020 ເຊິ່ງທ່ານ Boris Johnson ໄດ້ຍົກອອກມາໃນບັ້ນຫາສຽງເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ