ສະພາຕ່ຳອັງກິດເຫັນດີເປັນເອກະສັນຕໍ່ເວລາເລີ່ມຕົ້ນBrexit

ສະພາຕ່ຳອັງກິດເຫັນດີເປັນເອກະສັນຕໍ່ເວລາເລີ່ມຕົ້ນBrexit - ảnh 1
(ພາບປະກອບ)

(vovworld) - ໝາກຜົນ​ແຫ່ງ​ການ​ປ່ອນ​ບັດ​ໃນ​ຕອນ​ຕ່ຳ​ວັນ​ທີ 07/12 ​ໃຫ້​ເຫັນ​ວ່າ ສະມາຊິກ​ ​ສະພາ​ຕ່ຳ  ອັງກິດ ສ່ວນ​ຫລາຍ​​​ໄດ​້ເຫັນ​ດີ​ເປັນ​ເອກະສັນ​ຕໍ່ ​ເວລາ​ເລີ່​ມປະຕິບັດມາດຕາ 50 ຂອງ​ສົນທິສັນຍາ Lisbon ​ໃນ​ທ້າຍ​ເດືອນ 3/2017 ​ເພື່ອ​ແນ​ໃສ່​ເລີ່​ມ​ຕົ້ນ​ວິວັດ​ການ​ເຈລະຈາ​ນຳ​ປະ​ເທດ​ເກາະ​ແຫ່ງ​ນີ້ ຖອນ​ຈາກ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຫຼື ​ເອີ້ນ​ວ່າ Brexit ​ເຊິ່ງລັດຖະບານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ Theresa May ປະກາດຫວ່າງ​ແລ້ວ​ນີ້. ​ເພື່ອ​ໄດ້​ຮັບການ​ສະໜັບ​ສະໜູນ​ຢ່າງ​ແຮງ​ຈາກ​ສະພາ​ຕ່ຳ, ທ່ານ​ນາງ Theresa ຕ້ອງ​ປະກາດ​ແຜນການ Brexit ​​ໂດຍ​ໄວ ດ້ວຍ​ບັນດາ​ເປົ້າ​ໝາຍ​ລະອຽດ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສະຫງວນ​ສິດ​ປ່ອນ​ບັດ​ສຸດ​ທ້າຍ​ໃຫ້​ບັນດາ​ສະມາຊິກ​ລັດຖະສະພາ ກ່ອນ​ທີ່​ປະຕິບັດ​ມາດຕາ 50 ຂອງ​ສົນທິສັນຍາ Lisbon. ທີ່​ການ​ປ່ອນ​ບັດ​ໃນ​ຕອນ​ຄ່ຳ​ວັນ​ທີ 07/12 ມີ​ຈຳນວນ​ສະມາຊິກ​ສະພາ​ຕ່ຳ 461 ທ່ານ​ປ່ອນ​ບັດ​ສະໜັບສະໜູນ​ຕໍ່​ ​ເວລາ​ເລີ່​ມ​ປະຕິບັດ​ມາດຕາ 50 ​ໃນ​ຂະນະ​ນັ້ນມີ 89 ທ່ານພັດ​ປ່ອນ​ບັດຄ້ານ.

ຂ່າວ/ບົດ​ອື່ນ