ສະພາຕຳ່ອາເມລິກາສືບຕໍ່ຮັບຮອງເອົາບັນດາມາດຕະການລົງໂທດອີຣານ

ສະພາຕຳ່ອາເມລິກາສືບຕໍ່ຮັບຮອງເອົາບັນດາມາດຕະການລົງໂທດອີຣານ - ảnh 1
ພາບ​ປະ​ກອບ

(vovworld) – ​​ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ກ່າວ​ເຕືອນ​ປະ​ຕິ​ເສດ, ວັນ​ທີ 14/7, ສະ​ພາ​ຕ່ຳ ອາ​ເມ​ລິ​ກາ   ໄດ້ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ 2 ສະ​ບັບເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ຂໍ​້​ຕົກ​ລົງ​ນິວ​ເຄຼຍ​ປະ​ຫວັດ​ສາດ​ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດ​ກຳ​ມະ​ການ​ປະ​ຈຳ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແລະ ເຢຍ​ລະ​ມັນ). ​ພາຍຫຼັງ ​ເມື່ອ​ຂໍ້​ຕົກ​ລົງ​ນິ​ວ​ເຄຼຍ​ປະ​ຫວັດ​ນີ້​ໄດ້​ຮັບ​ການ​ປະ​ກາດໜຶ່ງ​ປີ​ເຕັມ, ດ້ວຍ​ບັດ​ສະ​ໜັບ​ສະ​ໜູນ 246 ບັດ ແລະ ບັດ​ຄັດ​ຄ້ານ 179 ບັດ, ສ​ະ​ພາ​ຕ່ຳ ອາ​ເມ​ລິ​ກາ ໂດຍ​ພັກ​ສາ​ທາ​ລະ​ນະ​ລັດ​ຄວບ​ຄຸມ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​​ບັນ​ດາມາດ​ຕະ​ການ​ລົງ​ໂທດ ອີ​ຣານ, ໃນ​ຂະ​ນະ​ນັ້ນດ້ວຍ​ບັດ​ສະ​ໜັບ​ສະ​ໜູນ 246 ແລະ ບັດ​ຄັດ​ຄ້ານ 181 ບັດ, ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ​ກໍ່ຮັບ​ຮອງ​ເອົາ​ມາດ​ຕະ​ການ​ສະ​ກັດ​ກັ້ນ ອີ​ຣານ ສຳ​ພັດ​ກັບ​ລະ​ບົບ​ການ​ເງິນ​ຂອງ ອາ​ເມ​ລິ​ກາ, ໃນ​ນັ້ນ​ມີ​ການ​ນຳ​ໃຊ້​​ໂດ​ລາສະ​ຫະ​ລັດ.


ຂ່າວ/ບົດ​ອື່ນ