ສະພາທິດສະດີສູນກາງຈັດກອງປະຊຸມຄັ້ງທີ 3

ສະພາທິດສະດີສູນກາງຈັດກອງປະຊຸມຄັ້ງທີ 3 - ảnh 1
ສະພາທິດສະດີສູນກາງໄດ້
ພິຈລະນາກົດໝາຍວ່າດ້ວຍທ່ີດິນ

(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/3, ຢູ່​ຮ່າ​ໂນ້ຍ, ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 3, ​ໂດຍສຸມ​ໃສ່​ພິຈາລະນາ​ບາງ​ບັນຫາ​ທິດ​ສະ​ດີ​ - ພຶດຕິ​ກຳຕົວ​ຈິງປະກອບສ່ວນ​ປ່ຽນ​​ແປງໃໝ່​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ທີ່​ດິນ ​ແລະ ບາງ​ບັນຫາ​ທິດ​ສະ​ດີ - ພຶດຕິ​ກຳຕົວ​ຈິງ​ກ່ຽວ​ກັບ​ການຮັບປະກັນ​ຊີວິດ​ສັງ​ຄົມ​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ​ຊີ້​ແຈງ​ວ່າ: ບັນດາ​ບັນຫາ​ໄດ້​ນຳ​ມາພິຈາລະນາ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​, ​ເພື່ອ​ແນ​ໃສ່​​ໃຫ້​ຄຳປຶກສາ​ໃຫ້​ກົ​ມການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ເພື່ອຮຽບຮຽງ​ແຜນ​ຮ່າງ​ຍືນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຄັ້ງທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11. ທ່ານ​ກ່າ​ວວ່າ:

“ບັນດາ​ສະມາ​ຊິກ​ສະພາທິດ​ສະ​ດີ​ສູນ​ກາງ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ, ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ, ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ສຸມ​ໃສ່ປຶກສາ​ຫາ​ລື​ເຂົ້າ​ໃນ​ບັນດາ​ບັນຫາ​ທີ່​ສຳຄັນ. ທຸກ​ການ​ປະກອບຄຳ​ເຫັນ, ​ເພື່ອ​ແນ​ໃສ່​ຈຸດໝາຍ​ສຸດ​ທ້າຍ​​ແມ່ນ​ເພື່ອ​​ໃຫ້​ຄຳປຶກສາ​ແກ່​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະກອບສ່ວນ​ເພື່ອ​ໃຫ້​ພັກ​ນຳພາ​ພາລະກິດ​ຫັນ​ປະ​ເທດ​ຊາດເປັນ​ປະ​ເທດອຸດສາຫະກຳ​ ​ແລະ ທັນ​ສະ​ໄໝ​ຕາມ​ທິດ​ສັງ​ຄົມນິຍົມ​ສຳ​ເລັດ​ຜົນ”

ຂ່າວ/ບົດ​ອື່ນ