ສະພາທະນາຍຄວາມປະຊາທິປະໄຕສາກົນ ປະຊາທິປະໄຕສາກົນ ອອກຖະແຫຼງກ່ຽວກັບການກະທຳຜິດຂອງຈີນ ຢູ່ທະເລຕາເວັນອອກ

ສະພາທະນາຍຄວາມປະຊາທິປະໄຕສາກົນ ປະຊາທິປະໄຕສາກົນ ອອກຖະແຫຼງກ່ຽວກັບການກະທຳຜິດຂອງຈີນ ຢູ່ທະເລຕາເວັນອອກ - ảnh 1
​ສະພາ​ທະນາຍຄວາມ​ປະຊາທິປະ​ໄຕສາກົນ​ປະຊາທິປະ​ໄຕ​ສາກົນ ອອກ​ຖະ​ແຫຼ​ງ
ກ່ຽວ​ກັບ​ການ​ກະທຳ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ
(ພາບ: news.zing.vn)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 11/06, ​ສະພາ​ທະນາຍຄວາມ​ປະຊາທິປະ​ໄຕສາກົນປະຊາທິປະ​ໄຕ​ສາກົນ ​ໄດ້​ອອກ​ຖະ​ແຫຼ​ງການສະ​ແດງ​ຄວາມ​ວິຕົກ​ກັງ​ວົນ​ກ່ຽວ​ກັບ​ສະພາບ​ການ​ພວມ​ປີນຂັ້ນ​ໄດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ຂະນະ​ທີ່​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ສະພາ​ທະນາຍຄວາມ​ປະຊາທິປະ​ໄຕສາກົນປະຊາທິປະ​ໄຕ​ສາກົນ ສະ​ເໜີ​ໃຫ້​ຝ່າຍ​ຈີນ ​ເຮັດ​ແຈ້ງ​ພື້ນຖານ​ນິຕິ​ກຳ​ຂອງ​ການ​ກະທຳ ນຳ​ຮ້ານ​ເຈ​າະນ້ຳມັນ​ໄຮ​ຢາງ 981 ​ເຂົ້າເຄື່ອນໄຫວໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ນຳ​ກຳ​ປັ່ນລັດຖະການ, ​ເຮືອບິນ ​ແລະ ກຳ​ປັ່ນ​ທະຫານ​ເຂົ້າເຄື່ອນໄຫວຢູ່ບໍລິເວນຕັ້ງຮ້ານ​ເຈາະນ້ຳມັນ​ໄຮ​ຢາງ 981 ດຳ​ເນີນ​ບັນດາ​ການ​ກະທຳ​ເກາະ​ຜິດ​ຄື ຕໍ່າ, ​​ສີດ​ນ້ຳ​​ໃສ່​ບັນ​ດາ​ກຳ​ປັ່ນ​ປະຕິບັດ​ໜ້າ​ທີ່​ຂອງ​ຫວຽດນາມ. ​ສະພາ​ທະນາຍຄວາມ​ປະຊາທິປະ​ໄຕສາກົນ​ປະຊາທິປະ​ໄຕ​ສາກົນ ຮຽກຮ້ອງ​ຈີນ ​ເຄົາ​ລົບ​, ປະຕິບັດ​ຕາມ​ກົດ​ບັດ​ຂອງ​ສະ​ຫະປະຊາ​ຊາດ, ຈົ່ງມີ​ການ​ປະພຶດ​ຖືກ​ຕາມຖານະເປັນ​ປະ​ເທດ​ໃຫຍ່ ກໍ່​ຄືຖືກ​ຕາມຖານະ​ເປັນປະ​ເທດສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ​ໃນ​ຖະ​ແຫຼ​ງການ, ​ສະພາ​ທະນາຍຄວາມ​ປະຊາທິປະ​ໄຕສາກົນ​ປະຊາທິປະ​ໄຕ​ສາກົນ ຍັງ​ສະ​ເໜີ​ໃຫ້​ຈີນ ຢຸດຕິ​ບັນດາ​ການ​ກະທຳ​ກໍ່​ຄວາມ​ສັບສົນ, ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ປິນຂັ້ນ​ໄດ, ນາບ​ຂູ່​​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ເຮືອ ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ