ສະພາບການ ຜັນຂະຫຍາຍ ແລະ ໝາກຜົນແຫ່ງການ ປະຕິບັດໂຄງການ 30a

ສະພາບການ ຜັນຂະຫຍາຍ ແລະ ໝາກຜົນແຫ່ງການ ປະຕິບັດໂຄງການ 30a - ảnh 1

ໂຄງການ  30a ຊ່ວຍ​ປະຊາຊົນ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ

ພາບ:baocaobang.vn

( vovworld ) –​ໂດຍ​ປະຕິບັດ​ຕາມ​ແຜນການ​ຕິດຕາມ​ກວດກາ​ປີ 2012, ສະພາ​ຊົນ​ເຜົ່າຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ສ້າງຕັ້ງ 6 ຄະນະ​ລົງຕິດຕາມ​ກວດກາ​ສະພາບ​ການ​ຜັນ​ຂະຫຍາຍ ​ແລະ ໝາກຜົນ​ແຫ່ງ​ການ​ປະຕິບັດ​ໂຄງການໜູນ​ຊ່ວຍ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວວາ ​ແລະ ໝັ້ນຄົງ ສຳລັບ 62 ​ເມືອງ​ທຸກ​ຍາກ ຕາມ​ມະຕິ 30a ຂອງ​ລັດຖະບານ ຫລື​ເອີ້ນ​ຫຍໍ້​ວ່າ ​ໂຄງການ 30a. ວັນ​ທີ 17/2, ຄະນະ​ຕິດຕາມ​ກວດກາ​ຂອງສະພາ​ຊົນ​ເຜົ່າຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ນຳ​ໂດຍ​ທ່ານ ກຊໍ​ເຟືອ​ກ, ປະທານສະພາ​ຊົນ​ເຜົ່າຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ນຳ​ໜ້າ ​ໄດ້​ລົງ​ຕິດຕາມ​ກວດກາ​ໂຄງການ 30a ຢູ່​ເມືອງ​​ເມື່ອ​ງ​ເຄືອງ, ​ແຂວງ​ລາວ​ກາຍ. ພາຍຫຼັງ​ໄດ້​ປະຕິບັດ​ມາ​ເປັນ​ເວລາ 3 ປີ, ເມືອງ​​ເມື່ອ​ງ​ເຄືອງ, ​ແຂວງ​ລາວ​ກາຍ​ ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກສູນ​ກາງ ​ແລະ ​ບັນດາ​ວິ​ສາ​ຫະກິດ ດ້ວຍ​ຈຳນວນ​ເງິນ​ກ່ວາ 300 ຕື້​ດົ່ງ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​, ບັນດາ​ກິດຈະກຳ​ສະຫວັດດີ​ການ​ສັງຄົມ, ບຳລຸງ​ສ້າງ​ວິຊາ​ຊີບ….​ປະກອບສ່ວນ​ປ່ຽນ​ແປງ​ໂສມ​ໜ້າ​ຂອງ​ເຂດ​ຊົນນະບົດ​ເຂດ​ພູດ​ອຍ​ເມື່ອງ​ເຄືອງ ກໍ​ຄື​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເມືອງ. ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ປະຕິບັດ, ທ່ານປະທານສະພາ​ຊົນ​ເຜົ່າຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກຊໍ​ເຟືອກ ​ເວົ້າວ່າ:  “ບັນດາ​ສະຫາຍ​ໄດ້​ຊາບ​ຊືມຈິດ​ໃຈ​ຂອງ​ລັດຖະບານ​ກ່ຽວ​ກັບບັນດາ​ໂຄງການ 30a ຢ່າງ​​ເລິກ​ເຊີ່ງ. ປະຕິບັດ​ວຽກ​ງານ​ສຳ​ຫຼວດ ກຳນົດ​ເປົ້າໝາຍ​ໄດ້​ຊົມ​ໃຊ້​ໂຄງການ​ເປັນ​ຢ່າງ​ດີ…​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ເມືອງ ​ເພື່ອ​ຊອກ​ຫາ​ເສັ້ນທາງ​ຫລຸ​ດພົ້ນອອກ​ຈາກ​ຄວາມທຸກ​ຍາກ​ໄດ້

      ​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ​ກອນ​ຕູມ, ຄະນະ​ຕິດຕາມ​ກວດກາ​ຂອງ​ສະພາ​ຊົນ​ເຜົ່າ​ຂອງ​ສະພາແຫ່ງ​ຊາດ​ກໍ​ໄດ້​ລົງ​ກວດກາ​ສະພາບ​ຕົວ​ຈິງ​ຢູ່​ບັນດາ​ບ້ານ, ​ເຮັດ​ວຽກ​ກັບ​ອຳນາດ​ການ​ປົກຄອງ​ຕາ​ແສງ​ຈຳນວນ​ໜື່ງຢູ່ 2 ​ເມືອງ​ພວມ​ຊົມ​ໃຊ້​ໂຄງການ  30a ຂອງ​ລັດຖະບານ​ຄື​: ເມືອງ​ຕູ​ເມີຣົງ ​ແລະ ກອນປລົງ. ນະ​ທີ່​ນີ້, ທ່ານ ຫງວຽນ​ເລີມ​ແທງ ກຳມະການ​ປະຈຳສະພາ​ຊົນ​ເຜົ່າ​ຂອງ​ສະພາແຫ່ງ​ຊາດ, ຫົວໜ້າ​ຄະນະ​ຕິດຕາມ​ກວດກາ​ໄດ້​ສະເໜີແນະ​ກັບທາງແຂວງ​​ບັນດາ​ບັນຫາ​ຄື: ​ເພີ່ມ​ທະວີ​ການ​ເຄື​ອ່ນ​ໄຫວ​ວຽກ​ງານ​ຖະ​ແຫຼ​ງ​ຂ່າວ, ສົມທົບ​ກັນ, ​ເສີມ​ຂະຫຍາຍ​ທ່າ​ແຮງຊັບພະຍາກອນ​ປ່າ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ….. ຕໍ່ໜ້າ​ສະພາບ​ບັນດາ​ຮູບ​ແບບລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກຢູ່ 2 ​ເມືອງ​ພວມ​ຊົມ​ໃຊ້​ໂຄງການ 30a ຂອງ​ແຂວງ​ກອນ​ຕູມ ລ້ວນ​ແຕ່ມີ​ຂອບ​ຂະໜາດ​ໜ້ອຍນັ້ນ, ທ່ານ ຫງວຽນ​ເລີມ​ແທງ ​ໄດ້​ເວົ້າວ່າ: “ພວກ​ເຮົາ​ຕ້ອງ​ກ້າ​ປະຕິບັດຮູບ​ແບບ​​ໂຄງການ​ທີ່​ມີ​ມູນ​ຄ່າ​ແຕ່ 500 ລ້ານ ຫາ 1 ຕື້​ດົ່ງ. ມີ​ຫຼາຍ​ແຫຼ່ງທຶນ​ເພື່ອ​ສາມາດ​ລົງທຶນ​ເຂົ້າ​ໃນ​ການ​ພັດທະນາ​ຮູບ​ແບບ​ຢູ່​ທ້ອງ​ຖິ່ນ, ນັບ​ທັງ​ທຶນ​ກູ້​ຢືມ​ເພື່ອ​ຄົ້ນຄ້ວາວິທະຍາສາດ, ທຶນ​ເພື່ອ​ສົ່ງ​ເສີມ​ກະສິກຳ…​ກໍ​​ແມ່ນ​ນຳໃຊ້​ເພື່ອ​ປະຕິບັດ​ບາງ​ຮູບ​ແບບ​ຈຸດ​ສຸມ ​ແລະ​ ກໍ​ເພື່ອ​ໃຫ້​ປະຊາຊົນ​ສາມາດ​ຮ່ຳຮຽນ​ເອົາ“.
ຂ່າວ/ບົດ​ອື່ນ