ສະ​ພາບ​ການ ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ມາຮອດປັດຈຸບັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2420 ຄົນ, ໃນນັ້ນມີຜູ້ເສຍຊີວິດ 35 ຄົນ ແລະ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1804 ຄົນ.
ສະ​ພາບ​ການ ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ນະຄອນຫ໋າຍຝ່ອງສີດຢາຂ້າເຊື້ອ (ພາບ:  TTXVN)

ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຫວຽດນາມ ແລ້ວ, ນັບແຕ່ເວລາ 6 ໂມງຂອງວັນທີ 25 ກຸມພາ ຫາ 18 ໂມງຂອງວັນທີ 25 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 8 ກໍລະນີ, ໃນນັ້ນ ມີ 7 ກໍລະນີ ຢູ່ແຂວງ ຫາຍເຢືອງ ແລະ 1 ກໍລະນີ ແມ່ນຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ.

        ມາຮອດປັດຈຸບັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2420 ຄົນ, ໃນນັ້ນມີຜູ້ເສຍຊີວິດ 35 ຄົນ ແລະ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1804 ຄົນ.

ຕາມເວັບໄຊສະຖິຕິ worldometers.infor ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 25 ກຸມພາ (ຕາມເວລາ UTC) ໂລກໄດ້ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດກວ່າ 113 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 2,5 ລ້ານຄົນ ເສຍຊີວິດ.

        ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 29 ລ້ານຄົນ, ໃນນັ້ນ ມີກວ່າ 517.000 ຄົນ ເສຍຊີວິດ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ