ສະ​ພາບ​ການ​ຂອງ ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ຢູ່ນອກ​ປະ​ເທດ​ຈີນ

(VOVWORLD) -ແອັດສະປາຍ ຫາກໍ່ຢັ້ງຢືນກໍລະນີຕິດພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ທຳອິດຢູ່ປະເທດນີ້. ຄົນເຈັບດັ່ງກ່າວນອນໃນກຸ່ມ 5 ຄົນທີ່ໄດ້ຕິດຕາມກວດກາ ແລະ ແຍກຕົວປິ່ນປົວຕ່າງຫາກ ຢູ່ ເກາະ La Gomera ຂຶ້ນກັບເຂດ Canaries ແຕ່ວັນທີ 30 ມັງກອນ.

ຈອນຮອດວັນທີ 1 ກຸມພາ, ອົດສະຕາລີ ໄດ້ຢັ້ງຢືນວ່າ ມີ 10 ກໍລະນີ ຕິດເຊື້ອພະຍາດດັ່ງກ່າວ, ຮົ່ງກົງ (ຈີນ) 13 ຄົນ, ສ.ເກົາຫຼີ 12 ຄົນ, ໄທ 19 ຄົນ, ອາເມລິກາ 7 ຄົນ… ອິນໂດເນເຊຍ ຍັງບໍ່ທັນຢັ້ງຢືນກໍລະນີໃດ ທີ່ຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ ແຕ່ມີຄົນເຈັບຈຳນວນໜຶ່ງພວມໄດ້ແຍກຕົວປິ່ນປົວຕ່າງຫ່າກ ແລະ ຕິດຕາມຢ່າງໃກ້ຊິດ.

        ຕໍ່ໜ້າການຜັນແປລະບາດຢ່າງວ່ອງໄວຂອງ ເຊື້ອພະຍາດ, ສິງກະໂປ, ອາເມລິກາ ໄດ້ປະກາດ ສະພາບການການແພດສຸກເສີນ ສາທາລະນະ ແລະ ປະກາດບັນດາມາດຕະການເຂັ້ມງວດ, ໃນນັ້ນ ຫ້າມບຸກຄົນທີ່ເຄີຍໄປປະເທດຈີນພາຍໃນ 15 ວັນທີ່ຜ່ານມາ ໄດ້ເຂົ້າເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ