ສະ​ພາບ​ການ​ຂອງ​ໂລກ​ລະ​ບາດ Covid - 19 ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ໄລ່ຮອດເວລາ 1 ໂມງເຄິ່ງຂອງວັນທີ 19 ເມສາ, ໃນໂລກໄດ້ມີຜູ້ຕິດເຊື້ອ Covid – 19 ທັງໝົດ 2.330.921  ຄົນ ໃນນັ້ນມີຜູ້ເສຍຊີວິດ 160.755 ຄົນ.

ອາເມລິກາສືບຕໍ່ແມ່ນຈຸດໃຈກາງຂອງໂລກລະບາດ ເມື່ອຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 1.891 ຄົນໃນຮອບ 24 ຊົ່ວໂມງທີ່ຜ່ານມາ ອັນໄດ້ຍົກຍອດຈຳນວນຜູ້ເສຍຊີວິດຂຶ້ນເຖິງ 38.644ຄົນ. ເປັນອັນວ່າ ມາຮອດປັດຈຸບັນ ອາເມລິກາໄດ້ມີຜູ້ຕິດເຊື້ອທັງໝົດ 732.197 ກໍລະນີ

        ຢູ່ທະວີບເອີລົບ, ຈຳນວນຜູ້ເສຍຊີວິດຍ້ອນ Covid -19 ໄດ້ລືນກາຍລະດັບ 100.000 ກໍລະນີ, ຕາມຕົວເລກສະຖິຕິຂອງ APF ແລ້ວ, ໄລ່ຮອດເວລາ 18 ໂມງຂອງວັນທີ 18 ເມສາ,ໂລກລະບາດໄດ້ທຳລາຍຊີວິດຂອງຊາວເອີລົບຈຳນວນ 100.501 ຄົນ ກວມເອົາ 2/3 ໃນຍອດຈຳນວນຜູ້ເສຍຊີວິດໃນໂລກ, ອີຕາລີຍັງຄົງແມ່ນປະເທດມີຜູ້ເສຍຊີວິດຫຼາຍກ່ວາໝູ່ໃນເອີລົບດ້ວຍຈຳນວນຜູ້ເສຍຊີວິດ 23.227 ຄົນໃນຍອດຈຳນວນຜູ້ຕິດເຊື້ອ 175.925 ຄົນ. ຢູ່ແອດສະປາຍ ມາຮອດປັດຈຸບັນໄດ້ຢັ້ງຢືນຜູ້ຕິດເຊື້ອ 194.416 ຄົນ, ໃນນັ້ນ ມີ ຜູ້ເສຍຊີວິດ 20.639 ຄົນ. ຢູ່ປະເທດຝລັ່ງໃນຮອບ 24ຊົ່ວໂມງທີ່ຜ່ານມາ ໄດ້ຢັ້ງຢືນມີຜູ້ເສຍຊິວິດຕື່ມອີກ 642 ຄົນ ອັນໄດ້ຍົກຍອດຈຳນວນຜູ້ເສຍຊີວິດຂຶ້ນເຖິງ 19.323 ຄົນໃນຍອດຈຳນວນຜູ້ຕິດເຊື້ອ151.793 ຄົນ.

ໃນຂະນະນັ້ນ, ລັດເຊຍກໍ່ໄດ້ຢັ້ງຢືນມີຜູ້ຕິດເຊື້ອ 36.793 ຄົນ ໃນນັ້ນມີຜູ້ເສຍຊີວິດ 313 ຄົນ.

    ຢູ່ສ.ເກົາຫຼີ ໃນວັນທີ 19 ເມສາ, ເປັນຄັ້ງທຳອິດນັບຕັ້ງແຕ່ເດືອນ ກຸມພາ ມາຮອດປັດຈຸບັນ ໄດ້ຢັ້ງຢືນ ແມ່ນມື້ມີຜູ້ຕິດເຊື້ອໃໝ່ຢູ່ໃນລະດັບຕ່ຳກ່ວາ 10 ຄົນ. ໄລ່ຮອດເວລາ 10 ໂມງຂອງວັນທີ 19 ເມສາ ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ 8 ກໍລະນີ ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 10.661 ຄົນ, ໃນຂະນະນັ້ນ ຍີ່ປຸ່ນກໍ່ໄດ້ຢັ້ງຢືນມີຜູ້ຕິດເຊື້ອເກືອບ 600 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອໃນທົ່ວປະເທດນີ້ຂຶ້ນເຖິງກ່ວາ 10.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ