ສະ​ພາບ​ການ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ສືບ​ຕໍ່​ເພີ່ມ​ຂ​ຶ້ນ

(VOVWORLD) -ໄລ່ຮອດເວລາ 22 ໂມງ 30 ນາທີຂອງວັນທີ 25 ມີນາ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດໃນທົ່ວໂລກ ແມ່ນ 440.697 ຄົນ, ໃນຂະນະນັ້ນ ຍອດຈຳນວນຜູ້ເສຍຊີວິດແມ່ນ 19.756 ຄົນ ແລະ ໄດ້ແຜ່ລະບາດອອກສູ່ 196 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.
ສະ​ພາບ​ການ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ສືບ​ຕໍ່​ເພີ່ມ​ຂ​ຶ້ນ - ảnh 1(ພາບປະກອບ: TTXVN)

 ຕາມການສະຖິຕິຂອງເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 22 ໂມງ 30 ນາທີຂອງວັນທີ 25 ມີນາ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດໃນທົ່ວໂລກ ແມ່ນ 440.697 ຄົນ, ໃນຂະນະນັ້ນ ຍອດຈຳນວນຜູ້ເສຍຊີວິດແມ່ນ 19.756 ຄົນ ແລະ ໄດ້ແຜ່ລະບາດອອກສູ່ 196 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ປັດຈຸບັນ ອີຕາລີ ແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ ແມ່ນ 6.820 ຄົນ. ໃນຂະນະນັ້ນ, ຈຳນວນຜູ້ເສຍຊີວິດຢູ່ ແອັດສະປາຍແມ່ນ 3.434 ຄົນ. ຢູ່ອັງກິດ, ໃນວັນທີ 25 ມີນາ, ເຈົ້າຊາຍແຫ່ງອັງກິດ Charles ກໍໄດ້ຮັບການຢັ້ງຢືນວ່າ ຕິດເຊື້ອໄວຣັດ SARS-CoV-2 ແລະ ສະພາແຫ່ງຊາດອັງກິດ ຕ້ອງຢຸດຕິການເຄື່ອນໄຫວຊົ່ວຄາວ ຢ່າງໜ້ອຍສຸດແມ່ນ 4 ສັບປະດາ ນັບແຕ່ວັນທີ 25 ມີນາເປັນຕົ້ນໄປ.

ສ່ວນທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ອອກແຈ້ງການ ເລື່ອນການຈັດຕັ້ງການລົງປະຊາມະຕິທົ່ວປະເທດ ກ່ຽວກັບການປັບປຸງລັດຖະທຳມະນູນ ໄວ້ເປັນການຊົ່ວຄາວ ຍ້ອນໂລກລະບາດໂຄວິດ - 19 ພວມແຜ່ລະບາດຢ່າງແຮງຢູ່ປະເທດນີ້.

ຢູ່ທະວີບ ອາເມລິກາ, ລັດຖະບານ ປາຣາກວາຍ ກໍໄດ້ອອກຄຳສັ່ງປິດປະຕູຊາຍແດນທັງໝົດ ຈົນເຖິງວັນທີ 29 ມີນາ ເພື່ອແນໃສ່ສະກັດກັ້ນໂລກລະບາດດັ່ງກ່າວ.

ໂດຍເປັນຫ່ວງຕໍ່ໂລກລະບາດຈະແຜ່ລະບາດຢ່າງກວ້າງຂວາງ, ລັດຖະບານ ປານາມາ ໄດ້ຕົກລົງຕໍ່ກຳນົດເວລາປະຕິບັດຄຳສັ່ງໄອຍະການເສິກ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນທຸກຄົນ ຈົ່ງປະຕິບັດການແຍກຕົວດ້ວຍຕົນເອງ, ບໍ່ອອກໄປຂ້າງນອກ ນັບແຕ່ວັນທີ 25 ມີນາ ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ