ສະ​ພາບ​ການ​ຈົນ​ຕາ​ແຈ​ດ້ານການ​ເມືອງ​ ອີ​ຣັກ ແກ່​ຍາວ

(VOVWORLD) -ບັນດາສະມາຊິກລັດຖະສະພາ ອີຣັກ ໄດ້ເສຍໄຊເປັນ 3 ຄັ້ງ ໃນການເລືອກຕັ້ງປະທານາທິບໍດີຄົນໃໝ່ ເຊິ່ງແມ່ນບາດກ້າວສຳຄັນທຳອິດກ່ອນທີ່ຈະເລືອກຕັ້ງນາຍົກລັດຖະມົນຕີຄົນໜຶ່ງ ແລະ ຫຼັງຈາກນັ້ນແມ່ນສ້າງລັດຖະບານຊຸດໃໝ່.
 ສະ​ພາບ​ການ​ຈົນ​ຕາ​ແຈ​ດ້ານການ​ເມືອງ​ ອີ​ຣັກ ແກ່​ຍາວ - ảnh 1ກອງປະຊຸມຂອງສະພາແຫ່ງຊາດ ອີຣັກ ຢູ່ນະຄອນຫຼວງ Baghdad (ພາບ: AFP/TTXVN)

ຕາມທ່ານປະທານສະພາແຫ່ງຊາດ ອີຣັກ Mohammed al-Halbussi ແລ້ວ, ບັນດາສະມາຊິກລັດຖະສະພາຂຶ້ນກັບກຸ່ມນັກບວດ Moqtada Sadr ນິກາຍ Shi'ite ໄດ້ລາອອກຈາກຕຳແໜ່ງໃນວັນທີ 12 ມິຖຸນາທີ່ຜ່ານມາ. ໃນສື່ສັງຄົມອອນລາຍ Twitter, ທ່ານປະທານສະພາແຫ່ງຊາດ Mohammed al-Halbussi ໃຫ້ຮູ້ວ່າ ທ່ານໄດ້ຮັບໃບຄຳຮ້ອງຂໍລາອອກຈາກຕຳແໜ່ງຂອງສະມາຊິກລັດຖະສະພາ 73  ທ່ານໃນກຸ່ມດັ່ງກ່າວ.

ສະພາແຫ່ງຊາດ ອີຣັກ ໄດ້ຕົກເຂົ້າສູ່ວິກິດການນັບແຕ່ພາຍຫຼັງການເລືອກຕັ້ງທົ່ວປະເທດໃນເດືອນຕຸລາ ປີ 2021, ເມື່ອບັນດາການເຈລະຈາລະຫວ່າງບັນດາພັກການເມືອງຖືກເສຍໄຊໃນການບັນລຸໄດ້ການສະໜັບສະໜູນເປັນຈຳນວນຫຼາຍ ເພື່ອເລືອກຕັ້ງນາຍົກລັດຖະມົນຕີ ຄົນໃໝ່ສືບຕໍ່ອະຍຸການຂອງທ່ານ Mustafa al-Kadhemi. ບັນດາສະມາຊິກລັດຖະສະພາ ອີຣັກ ໄດ້ເສຍໄຊເປັນ 3 ຄັ້ງ ໃນການເລືອກຕັ້ງປະທານາທິບໍດີຄົນໃໝ່ ເຊິ່ງແມ່ນບາດກ້າວສຳຄັນທຳອິດກ່ອນທີ່ຈະເລືອກຕັ້ງນາຍົກລັດຖະມົນຕີຄົນໜຶ່ງ ແລະ ຫຼັງຈາກນັ້ນແມ່ນສ້າງລັດຖະບານຊຸດໃໝ່.

        ຖ້າຫາກສະພາແຫ່ງຊາດບໍ່ແກ້ໄຂສະພາບການຈົນຕາແຈໃນປັດຈຸບັນ, ອີຣັກອາດຈະດຳເນີນການເລືອກຕັ້ງຄັ້ງໃໝ່, ແຕ່ສິ່ງນີ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາຕ້ອງເປັນເອກະພາບຍູບເລີກອົງການນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ