ສະ​ພາບ​ການ​ຜັນ​ແປ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ພາຍ​ໃນ​ປະ​ເທດ ແລະ ໃນ​ໂລກ

(VOVWORLD) - ວັນທີ 19 ທັນວາ, ຫວຽດນາມຢັ້ງຢືນຜູ້ຕິດເຊື້ອໂຄວິດ-19ຈຳນວນ 16.100 ຄົນ ແລະ ມີຄົນເຈັບ 11.000 ຄົນ ໄດ້ຮັບການປິ່ນປົວຫາຍດີ
ສະ​ພາບ​ການ​ຜັນ​ແປ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ພາຍ​ໃນ​ປະ​ເທດ ແລະ ໃນ​ໂລກ - ảnh 1ການສົ່ງຜູ້ຕິດເຊື້ອໄປໂຮງໝໍ

     ໃນ24 ຊົ່ວໂມງທີ່ຜ່ານມາ, ນັບແຕ່ເວລາ 18 ໂມງຂອງວັນທີ 18 ທັນວາ ຫາ ເວລາ 18 ໂມງຂອງວັນທີ 19 ທັນວາ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 16.110 ຄົນ, ໃນນັ້ນ ມີ 17 ກໍລະນີມາຈາກຕ່າງປະເທດ. ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 1.540.478  ຄົນ ຢືນອັນດັບ 32/223 ປະເທດ ແລະ ເຂດແຄ້ວນໃນໂລກ.

    ວັນທີ 19 ທັນວາ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 10.799 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.107.962 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 215 ຄົນ,  ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ຖືກເສຍຊີວິດຂຶ້ນເປັນ 29.566  ຄົນ

     ສ່ວນຢູ່ໃນໂລກ,  ໄລ່ຮອດເວລາ 1 ໂມງຂອງວັນທີ 19 ທັນວາຕາມເວລາ UTC ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດຫຼາຍກວ່າ 274,5ລ້ານຄົນ, ໃນນັ້ນຫຼາຍກວ່າ 5,36 ລ້ານຄົນເສຍຊີວິດ. ອາເມລິກາສືບຕໍ່ແມ່ນປະເທດຮັບຜົນສະທ້ອນແມ່ນໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອເກືອບ 51,7 ລ້ານຄົນ ແລະຫຼາຍກວ່າ 827.000 ຄົນເສຍຊີວິດ. ຖັດມາແມ່ນອິນເດຍແລະ ບຣາຊິນ.

      ປະຈຸບັນ, ໄວຣັດສາຍພັນໃໝ່ Omicron ມີລະດັບແຜ່ລະບາດຢ່າງຮ້າຍແຮງອອກສູ່ 89 ປະເທດແລະເຂດແຄວ້ນໃນໂລກ

ຕອບກັບ

ຂ່າວ/ບົດ​ອື່ນ