ສະ​ພາບ​ການ​ມຽນ​ມາ ແລະ ບັນ​ດາ​ບັນ​ຫາ​ຮ້ອນ​ເຮັງ​ຢູ່ ທີ່ກອງ​ປະ​ຊຸມ​ວົງ​ແຄບ AMM-56

(VOVWORLD) - ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Masurdi ຖືວ່າ  ຮອດເວລາແລ້ວທີ່ຕ້ອງສົ່ງເສີມການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຢູ່ມຽນມາ ເພື່ອເປີດຊ່ອງທາງໃຫ້ແກ່ວິທີການແກ້ໄຂດ້ານການເມືອງ
ສະ​ພາບ​ການ​ມຽນ​ມາ ແລະ ບັນ​ດາ​ບັນ​ຫາ​ຮ້ອນ​ເຮັງ​ຢູ່ ທີ່ກອງ​ປະ​ຊຸມ​ວົງ​ແຄບ AMM-56 - ảnh 1ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 56

ສະພາບການມຽນມາ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ໃນຂອບເຂດບັນດາກົນໄກໂດຍ ອາຊຽນນຳພາ ແມ່ນບັນດາເນື້ອໃນໄດ້ເຕື້ອງເຖິງຢູ່ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 56 (AMM-56) ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 12 ກໍລະກົດ ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນໄດ້ເຂົ້າຮ່ວມກອງະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Masurdi ຖືວ່າ  ຮອດເວລາແລ້ວທີ່ຕ້ອງສົ່ງເສີມການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຢູ່ມຽນມາ ເພື່ອເປີດຊ່ອງທາງໃຫ້ແກ່ວິທີການແກ້ໄຂດ້ານການເມືອງ, ຈາກນັ້ນມຸ່ງໄປເຖິງສັນຕິພາບແບບຍືນຍົງ. ທ່ານນາງ ກໍ່ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ສືບຕໍ່ເກີດຂຶ້ນ ແລະ ເພີ່ມຂຶ້ນຢູ່ມຽນມາ, ທ່ານນາງໃຫ້ຮູ້ວ່າ:

ການເຈລະຈາຈະເປີດຊ່ອງທາງໃຫ້ແກ່ວິທີການແກ້ໄຂດ້ານການເມືອງ. ມີແຕ່ວິທີການແກ້ໄຂດ້ານການເມືອງຈຶ່ງພາໄປເຖິງສັນຕິພາບ. ດ້ວຍສະພາບການໃຊ້ຄວາມຮຸນແຮງທີ່ສືບຕໍ່ເພີ່ມຂຶ້ນຢູ່ ມຽນມາ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງກ່າວປະນາມການໃຊ້ຄວາມຮຸນແຮງ ຍ້ອນວ່ານີ້ແມ່ນສິ່ງສຳຄັນທີ່ສຸດ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ສະໜອງການໜູນຊ່ວຍດ້ານມະນຸດສະທຳ ແລະ ເຈລະຈາ.

 ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ບຸຍແທັງເຊີນ ໄດ້ສະໜັບສະໜູນ ອາຊຽນ ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື, ສົ່ງເສີມການເຂົ້າຮ່ວມ ແລະ ປະກອບສ່ວນຂອງບັນດາຄູ່ຮ່ວມມືໃນພາກພື້ນ, ໜູນຊ່ວຍ ອາຊຽນສ້າງປະຊາຄົມ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມ.ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານບຸຍແທັງເຊີນ ໄດ້ນເນັ້ນນັກວ່າ ຕ້ອງຮັບປະກັບສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາ COC, ສະເໜີໃຫ້ອາຊຽນຕ້ອງຢຶດໝັ້ນກັບຫຼັກການ ເຊີດຊູກົດໝາຍສາກົນ ແລະ ສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ((UNCLOS 1982)

ຕອບກັບ

ຂ່າວ/ບົດ​ອື່ນ