ສະ​ພາບ​ການ​ຢູ່ ຝ​ລັ່ງ ກັບ​ຄືນ​ສູ່​​ປົກ​ກະ​ຕິ ພາຍຫຼັງ​ເຫດ​ຈະ​ລາ​ຈົນ

(VOVWORLD) -  ສະພາບການຢູ່ ຝລັ່ງ ໄດ້ກັບຄືນສູ່ປົກກະຕິພໍສົມຄວນ. ຄວາມເຄັ່ງຕຶງຍ້ອນການຈະລາຈົນ ຍັງເກີດຂຶ້ນຢູ່ນະຄອນຫຼວງ ປາຣີ ເທົ່ານັ້ນ, ໃນຂະນະນັ້ນ ຢູ່ນະຄອນໃຫຍ່ຄື Marseille, ເຊິ່ງເປັນຈຸດຮ້ອນເຮັ່ງຂອງການຈະລາຈົນຄັ້ງນີ້  ຍັງມີແຕ່ບາງເຫດການປະທະກັນຂະໜາດນ້ອຍເທົ່ານັ້ນ.
ສະ​ພາບ​ການ​ຢູ່ ຝ​ລັ່ງ ກັບ​ຄືນ​ສູ່​​ປົກ​ກະ​ຕິ ພາຍຫຼັງ​ເຫດ​ຈະ​ລາ​ຈົນ - ảnh 1ສະພາບການຢູ່ ປາຣີ ໃນວັນທີ 29/6/2023 (ພາບ: AFP/TTXVN)

  ໄລ່ຮອດຄ່ຳຄືນວັນທີ 01 ກໍລະກົດ ຕາມເວລາທ້ອງຖິ່ນ, ສະພາບການຢູ່ ຝລັ່ງ ໄດ້ກັບຄືນສູ່ປົກກະຕິພໍສົມຄວນ. ຄວາມເຄັ່ງຕຶງຍ້ອນການຈະລາຈົນ ຍັງເກີດຂຶ້ນຢູ່ນະຄອນຫຼວງ ປາຣີ ເທົ່ານັ້ນ, ໃນຂະນະນັ້ນ ຢູ່ນະຄອນໃຫຍ່ຄື Marseille, ເຊິ່ງເປັນຈຸດຮ້ອນເຮັ່ງຂອງການຈະລາຈົນຄັ້ງນີ້  ຍັງມີແຕ່ບາງເຫດການປະທະກັນຂະໜາດນ້ອຍເທົ່ານັ້ນ.

        ເພື່ອແກ້ໄຂການຈະລາຈົນທີ່ແກ່ຍາວໃນ 2 – 3 ມືຜ່ານມາ ຢູ່ ຝລັ່ງ, ເຈົ້າໜ້າທີ່ທີ່ມີຄວາມຮັບຜິດຊອບຂອງປະເທດນີ້ ໄດ້ຜັນຂະຫຍາຍກຳລັງຕຳຫຼວດ 45.000 ຄົນ ພ້ອມກັບລົດຫຸ້ມເກາະຈຳນວນໜຶ່ງ ແລະ ບັນດາກົມກອງຕຳຫຼວດທີ່ຍອດຢ້ຽມ ພ້ອມດ້ວຍກຳລັງປ້ອງກັນຄວາມສະຫງົບອື່ນໆໃນທົ່ວປະເທດ. ຕາມທ່ານລັດຖະມົນຕີກະຊວງການເງິນ ຝລັ່ງ Bruno Le Maire ແລ້ວ, ເຈົ້າໜ້າທີ່ ຝລັ່ງ ຈະສືບຕໍ່ເພີ່ມທະວີກຳລັງປ້ອງກັນຄວາມສະຫງົບໃຫ້ແກ່ນະຄອນຕ່າງໆ, ຖ້າຫາກການຈະລາຈົນສືບຕໍ່ດຳເນີນ.  

        ຍ້ອນສະພາບການແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງເກີດຂຶ້ນຢູ່ພາຍໃນປະເທດ, ສະນັ້ນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຕ້ອງໂຈະການຢ້ຽມຢາມທາງລັດຖະກິດ ຢູ່ ເຢຍລະມັນ, ເຊິ່ງຕາມແຜນການແມ່ນດຳເນີນໃນວັນທີ 02 ກໍລະກົດ. ຕາມການຕີລາຄາຂອງນັກຊ່ຽວຊານແລ້ວ, ການຂາດສະຖຽນລະພາບໃນສັງຄົມ ຝລັ່ງ ພວມສົ່ງຜົນກະທົບຫຼາຍພໍສົມຄວນຕໍ່ຄວາມສາມາດຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງທ່ານປະທານາທິບໍ Macron.


ຕອບກັບ

ຂ່າວ/ບົດ​ອື່ນ