ສະພາບການຢູ່ ຢູກແຣນ ແມ່ນຫົວເລື່ອງຕົ້ນຕໍ່ໃນການປຶກສາຫາລືຂອງການນຳລັດເຊຍ, ຝະລັ່ງ ແລະ ອາເມລິກາ

(VOVWORLD) -ວັນທີ 12 ກຸມພາ, ປະທານາທິບໍດີລັດເຊຍ ປູຕິນ ແລະ ຄູ່ຕຳແໜ່ງຝະລັ່ງ Emmanuel Macron ໄດ້ມີການປຶກສາຫາລືກ່ຽວກັບວິກິດການຢູ່ ຢູກແຣນ
ສະພາບການຢູ່ ຢູກແຣນ ແມ່ນຫົວເລື່ອງຕົ້ນຕໍ່ໃນການປຶກສາຫາລືຂອງການນຳລັດເຊຍ, ຝະລັ່ງ ແລະ ອາເມລິກາ - ảnh 1ປະທານາທິບໍດີລັດເຊຍVladimir Putin  ແລະ ຄູ່ຕຳແໜ່ງຝະລັ່ງ Emmanuel Macron

     ໃນການປຶກສາຫາລື, ປະທານາທິບໍດີລັດເຊຍ ປູຕິນ ໄດ້ຢືນຢັນວ່າ ບັນດາຄຳກ່າວຫາກ່ຽວກັບເລື່ອງລັດເຊຍຂຶ້ນແຜນການບຸກໂຈມຕີ ຢູກແຣນ ແມ່ນການກະຕວງທີ່ມີລັກສະນະເກາະຜິດ ແລ ອາດຈະພາໄປເຖິງເກີດການປະທະກັນຢູ່ ຢູກແຣນ.

             ສ່ວນປະທານາທິບໍດີຝະລັ່ງ Emmanuel Macron ຖືວ່າ ບັນດາການເຈລະຈາດ້ວຍຄວາມຈິງໃຈ ບໍ່ອາດເກີດຂຶ້ນ ຖ້າຫາກບໍ່ມີຄວາມມານາພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງພວມປີນຂັ້ນໃດທີ່ກ່ຽວຂ້ອງເຖິງ ຢູກແຣນ. ການນຳທັງ 2 ທ່ານຍັງປຶກສາຫາລືກ່ຽວກັບບັນດາເງື່ອນໄຂພວມຖືກສ້າງຂຶ້ນໃຫ້ແກ່ການກະທຳເກາະຜິດຂອງບັນດາກຳລັງປ້ອງກັນຄວາມສະຫງົບ ຢູກແຣນ ຢູ່ຂົງເຂດ ດົນບາສ; ພ້ອມກັນນັ້ນ ກໍສະແດງຄວາມຫວັງ ສືບຕໍ່ສົນທະນາກ່ຽວກັບມາດຕະການຊຸກຍູ້ບັນດາຂໍ້ຕົກລົງ Minsk ທີ່ກ່ຽວຂ້ອງເຖິງຂົງເຂດ ດົນບາສ ກໍຄືບັນດາເງື່ອນໄຂຄວາມສະຫງົບ ແລະສະຖຽນລະພາບຢູ່ເອີລົບ.

        ໃນວັນດຽວກັນ, ໃນການເຈລະຈາທາງໂທລະສັບລະຫວ່າງ ປະທານາທິບໍດີລັດເຊຍ ປູຕິນ ແລະ ປະທານາທິບໍດີ ອາເມລິກາ ໂຈ ໄບເດນ, ການນຳ 2 ທ່ານ ສືບຕໍ່ສົນທະນາໃນບັນຫາ ຢູກແຣນ. ປະທານາທິບໍດີ ອາເມລິກາ ໂຈ ໄບເດນ ໄດ້ກ່າວເຕືອນຄູ່ຕຳແໜ່ງລັດເຊຍ ທ່ານປູຕິນວ່າ : ອາເມລິກາຈະໂຕ້ຕອບຢ່າງສຽບຂາດ ແລະ ບັງຄັບໃຫ້ລັດເຊຍຕ້ອງທົດແທນດ້ວຍລາຄາແພງ ຖ້າຫາກປະເທດ ຮຸກຮານ ຢູກແຣນ. ແຕ່ ປະທານາທິບໍດີ ອາເມລິກາ ໂຈ ໄບເດນ ຍັງຢືນຢັນວ່າ ອາເມລິກາພ້ອມແລ້ວທີ່ຈະຮ່ວມມືທາງການທູດກັບລັດເຊຍເພື່ອແກ້ໄຂບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ