ສະ​ພາບ​ການ​ຢູ່ ອາບ​ກາ​ນິດ​ສະ​ຖານ​: ຕາ​ລີ​ບານ ເຊື່ອ​ໝັ້ນ​ວ່າ ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ​ກຳ​ລັງຕໍ່​ຕ້ານ​ໂດຍ​ໄວ

(VOVWORLD) -ວັນທີ 25 ສິງຫາ, ທ່ານ Zabihullah Mujahid ໂຄສົກ ຕາລີບານ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການນຳ ຕາລີບານ ຈະບັນລຸໄດ້ຂໍ້ຕົກລົງສັນຕິພາບກັບບັນດາກຳລັງຄັດຕ້ານຢູ່ແຂວງ Panjshir ໂດຍໄວ.
ສະ​ພາບ​ການ​ຢູ່ ອາບ​ກາ​ນິດ​ສະ​ຖານ​: ຕາ​ລີ​ບານ ເຊື່ອ​ໝັ້ນ​ວ່າ ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ​ກຳ​ລັງຕໍ່​ຕ້ານ​ໂດຍ​ໄວ - ảnh 1ທ່ານ Zabihullah Mujahid ໂຄສົກ ຕາລີບານ  (ພາບ: Kyodo/TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ Shamshad TV, ທ່ານ Zabihullah Mujahid ກ່າວວ່າ ຜູ້ຕາງໜ້າຂະບວນການ ຕາລີບານ ພວມຕິດຕໍ່ກັບບັນດາຜູ້ບັນຊາການທະຫານ ແລະ ບຸກຄົນທີ່ມີອິດທິພົນຊື່ສຽງຢູ່ແຂວງ Panjshir. ທ່ານເນັ້ນໜັກວ່າ ການເຈລະຈາຄັ້ງຕ່າງໆ ຈະແກ້ໄຂບັນຫານີ້ໂດຍໄວ ຫາກບໍ່ປະໃຫ້ເກີດສົງຄາມ.

ກ່ຽວຂ້ອງເຖິງບັນຫາຍົກຍ້າຍພົນລະເມືອງ ອາເມລິກາ ອອກຈາກ ອາບການິດສະຖານ, ວັນທີ 25 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Toni Blinken ຫາກໍດຳເນີນການຖະແຫຼງຂ່າວອັບເດດກ່ຽວກັບການຍົກຍ້າຍພົນລະເມືອງ ອາເມລິກາ ອອກຈາກ ອາບການິດສະຖານ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ແລ້ວ, ນັບແຕ່ເມື່ອປະຕິບັດການຍົກຍ້າຍພົນລະເມືອງ ອາເມລິກາ ອອກຈາກ ອາບການິດສະຖານໃນວັນທີ 14 ສິງຫາ ມານີ້, ອາເມລິກາ ຍົກຍ້າຍພົນລະເມືອງໄດ້ 4.500 ຄົນ ແລ້ວ. 

ຕອບກັບ

ຂ່າວ/ບົດ​ອື່ນ