ສະ​ພາບ​ການ​ຢູ່ ໂບ​ລ​ີ​ວີ​ ສືບ​ຕໍ່​ດ​ຳ​ເນີນ​ໄປ​ຢ່​າງ​ສັບ​ສົນ

(VOVWORLD) -ໃນວັນທີ 11 ພະຈິກ, ບັນດາກຳລັງປະກອບອາວຸດ ໂບລີວີ ໄດ້ສົມທົບກັບຕຳຫຼວດປະເທດນີ້ ສະກັດກັ້ນການໃຊ້ຄວາມຮຸນແຮງພາຍຫຼັງທ່ານ ປະທານາທິບໍດີ Evo Morales ລາອອກຈາກຕຳແໜ່ງ. ຄຳໝັ້ນສັນຍາໄດ້ວາງອອກພາຍຫຼັງຕຳຫຼວດນະຄອນຫຼວງ La Paz ສະເໜີກອງທັບໜູນຊ່ວຍ, ເມື່ອມີຜູ້ສະໜັບສະໜູນ ທ່ານ Morales ແຫ່ຂະບວນຢູ່ນະຄອນຫຼວງຢ່າງຫຼວງຫຼາຍ.

ໃນຂະນະນັ້ນ, ທ່ານນາງ Jeanine Anez ຮອງປະທານສະພາສູງ ໂບລີວີ, ຜູ້ທີ່ ຈະກາຍເປັນປະທານາທິບໍດີຊົ່ວຄາວຕາມລັດຖະທຳມະນຸນ ໂບລີວີພາຍຫຼັງທີ່ທ່ານ Morales ລາອອກຈາກຕຳແໜ່ງ, ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຮຽກຮ້ອງຈັດຕັ້ງການເລືອກຕັ້ງປະທານາທິບໍດີຄືນໃໝ່ໂດຍໄວ. ກ່າວຄຳເຫັນທີ່ນະຄອນຫຼວງ La Paz, ທ່ານນາງ Anez ຢັ້ງຢືນວ່າ “ຈະມີວິວັດທະນາການເລືອກຕັ້ງທີ່ຕອບສະໜອງມຸ່ງມາດປາດຖະໜາຂອງປະຊາຊົນ ໂບລີວີທັງໝົດ”.

        ແລະກໍ່ໃນວັນດຽວກັນ, ຫາງສຽງສາກົນໄດ້ສືບຕໍ່ຕຳໜິຕິຕຽນບັນດາກຳລັງພາຍນອກທີ່ໄດ້ແຊກແຊງເຂົ້າສະພາບການໂບລີວີ ພາຍຫຼັງທ່ານ Evo Morales ປະທານາທິບໍດີ ລາອອກຈາກຕຳແໜ່ງ. ບັນດາເຈົ້າໜ້າທີ່ ບຣາຊິນໃຫ້ຮູ້ວ່າ ປະເທດນີ້ຍັງຈະປິດປະຕູຊາຍແດນກັບ ໂບລີວີ ຈົນກ່ວາເວລາ ປະເທດບ້ານໃກ້ເຮືອນຄຽງນີ້ຈະມີປະທານາທິບໍດີຄົນໃໝ່.

        ສະຫະພາບ ເອີລົບ (EU) ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ໂບລີວີ ອົດກັ້ນ, ພ້ອມທັງຢັ້ງຢືນວ່າ ກຽມພ້ອມທີ່ຈະສົ່ງບັນດາຜູ້ສັງເກດການໄປຕິດຕາມບໍ່ວ່າການເລືອກຕັ້ງໃໝ່ໃດ ຖ້າຫາກມີຄວາມຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ