ສະ​ພາບ​ການ​ຢູ່​ອາບ​ກາ​ນີ​ສະ​ຖານ

(VOVWORLD) -ສປຊ ຄວນເຂົ້າຮ່ວມວິວັດການສັນຕິພາບຢູ່ Afghanistan ເພື່ອໃຫ້ຜົນປະໂຫຍດທັງໝົດຂອງ ປຊຊ ລ້ວນແຕ່ໄດ້ຮັບການພິຈາລະນາ;
ສະ​ພາບ​ການ​ຢູ່​ອາບ​ກາ​ນີ​ສະ​ຖານ - ảnh 1

 ບັນດາມືປືນຕາລີບານຢູ່ນະຄອນຫຼວງ Kabul, Afghanistan  (ພາບ: THX/TTXVN)

   ວັນທີ 1 ກັນຍາ, ທ່ານ Muhammad Zohir Agbar, ເອກອັກຄະລັດຖະທູດ Afghanistan ປະຈຳ Tajikistan, ໄດ້ຮຽກຮ້ອງ ສປຊ ຕ້ອງເຂົ້າຮ່ວມວິວັດການສັນຕິພາບຢູ່ Afghanistan ພ້ອມທັງກ່າວເຕືອນປະເທດຕ່າງໆ ບໍ່ຟ້າວຮັບຮູ້ບົດບາດຂອງກຳລັງ ຕາລີບານ ຢູ່ປະເທດນີ້.

  ເມື່ອຕອບສຳພາດສຳນັກຊ່າວສານ Sputniknews ແຫ່ງປະເທດລັດເຊຍ, ທ່ານເອກອັກຄະລັດຖະທູດ  Muhammad Zohir Agbar  ສະເໜີໃຫ້ບັນດາປະເທດໃຫ່ຍທີ່ມີຜົນປະໂຫຍດສະເພາະຢູ່Afghanistan ບໍ່ຟ້າວຮັບຮູ້ບົດບາດຂອງກຳລັງ ຕາລີບານ. ສປຊ ຄວນເຂົ້າຮ່ວມວິວັດການສັນຕິພາບຢູ່ Afghanistan ເພື່ອໃຫ້ຜົນປະໂຫຍດທັງໝົດຂອງ ປຊຊ ລ້ວນແຕ່ໄດ້ຮັບການພິຈາລະນາ; ເພື່ອ ຕາລີບານ ສ້າງຕັ້ງລັດຖະບານມີຫຼາຍຜູ້ຕາງໜ້າ ແລະ ຈັດຕັ້ງການເລືອກຕັ້ງດ້ວຍການເຂົ້າຮ່ວມຢ່າງສຸດຈິດສຸດໃຈ ຫາກໍ່ບໍ່ມີລັກສະນະເປັນຮູບການ ຂອງທຸກຊົນເຜົ່າຢູ່ Afghanistan ໃນວິວັດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ