ສະພາບການຢູ່ແຫຼມເກົາຫຼີ ກ້າວເຂົ້າສູ່ “ໄລຍະອັນຕະລາຍ”

(VOVWORLD) -ວັນທີ 11 ທັນວາ, ສຳນັກຂ່າວສານ Interfax ໄດ້ຄັດຄຳເວົ້າຂອງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ກ່າວເຕືອນວ່າ, ສະພາບການໃນແຫຼມເກົາຫຼີ ມີຄວາມສ່ຽງກ້າວເຂົ້າສູ່ “ໄລຍະອັນຕະລາຍ”.

ສະພາບການຢູ່ແຫຼມເກົາຫຼີ ກ້າວເຂົ້າສູ່ “ໄລຍະອັນຕະລາຍ” - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ Lavrov

(ພາບປະກອບ: Sputnik)

ຄຳກ່າວປາໄສດັ່ງກ່າວເຊິ່ງທ່ານລັດຖະມົນຕີການຕ່າງປະເທດ Lavrov ຍົກອອກມາ ພາຍຫຼັງການພົບປະ 3 ຝ່າຍລະຫວ່າງລັດຖະມົນຕີການຕ່າງປະເທດ ລັດເຊຍ, ອິນເດຍ ແລະ ຈີນ ຢູ່ມົດສະກູ. ຜູ້ນຳໜ້າຂະແໜງການທູດລັດເຊຍ ກໍຢືນຢັນວ່າ, ທັງ 3 ປະເທດລ້ວນແຕ່ບໍ່ຢາກໃຫ້ເກີດຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຕື່ມອີກ.

        ແລະກໍ່ໃນວັນດຽວກັນ, ຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດລັດເຊຍ, ພົນເອກ Valery Gerasimov ກ່າວເຕືອນວ່າ, ບັນດາການຊ້ອມຮົບລະຫວ່າງຍີ່ປຸ່ນ, ອາເມລິກາ ແລະ ສ.ເກົາຫຼີ ທີ່ແນໃສ່ຕ້ານສປປ.ເກົາຫຼີ ຈະເປັນພຽງການກໍ່ຄວາມຍຸແຍ່ ແລະ ຂາດສະຖຽນລະພາບໃນພາກພື້ນເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ