ສະພາບການຢູ່ໄທ

ສະພາບການຢູ່ໄທ - ảnh 1
ຕຳຫຼວດໄທ ຢູ່ສະຖານທີ່ເກີດເຫດເມື່ອວັນທີ 23/2
(ພາບ: AFP/TTXVN)


(vovworld) – ​ຢ່າງ​ໜ້ອຍ​ສຸດ​ມີ 16 ຄົນ​ເສຍ​ຊີວິດ​ໃນ​ເຫດວ່າງ​ລະ​ເບີດ​ເກີດ​ຂຶ້ນ​ໃນ​ວັນ​ທີ 23/2 ຢູ່​ສູນ​ການ​ຄ້າ​ແຫ່ງ​ໜຶ່ງ​ຢູ່​ນະຄອນຫຼວງ ບາງກອກ, ບ່ອນ​ທີ່​ເຕົ້າ​ໂຮມ​ບັນດາຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດ. ຕຳຫຼວດ ​ແລະ ທະ​ຫານ ພວມ​ສືບ​ສວນສາຍ​ເຫດ​ຂອງ​ເຫດ​ລະ​ເບີດ. ການ​ບຸກ​ໂຈມ​ຕີ​ນີ້​ແມ່ນ​ໜຶ່ງ​ໃນ​ບັນ​​ດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ຮ້າຍ​​ແຮງທີ່​ສຸດ​ນັບ​ແຕ່​ເມື່ອ​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຂອງ​ທ່ານ​ນາງນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນ​ນະ​ວັດ ​ເມື່ອນ​ທ້າ​ຍ​ເດືອນ 11/2013.

    ​ກໍ່ໃນ​ວັນ​ທີ 23/2, ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ຢຸດຕິ​ສະພາບ​ການ​ໃຊ້​ຄວາມ​ຮຸນ​​ແຮງ​ປີນ​ຂັ້ນ​ໄດ​ນີ້. ທ່ານ​​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ດ Ban Ki Moon ​ໄດ້​ກ່າວ​ປະນາມ​ບັນດາ​ການ​ເຄື່ອນ​ໄຫວ​ບຸກ​ໂຈມ​ຕີ​ດ້ວຍ​ກຳລັງ​ອາວຸດ​ເພື່ອ​​ເລັ່ງໃສ່​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່ ​ໄທ, ຮຽກຮ້ອງ​​ໃຫ້​ຢຸດຕິ​ສະພາບ​ໃຊ້​ຄວາມ​ຮຸ​ນ​ແຮງ​ໃນ​ທັນທີ ​ແລະ ນຳຕົວ​ການ​ອອກ​ພິພາກສາ. ທ່ານ Ban Ki Moon ກໍ່​ກະຕຸກ​ຊຸກຍູ້​ບັນດາ​ຝ່າຍ​ຢູ່ ​ໄທ ​ເຄົາລົບ​ນັບຖື​ສິດທິ​ມະນຸດ ​ແລະ ກົດໝາຍ, ສະກັດ​ກັ້ນ​ບັນດາ​ເຫດ​ບຸກ​ໂຈມ​ຕີ, ​ເຂົ້າຮ່ວມ “ການ​ໂອ້​ລົມ​ສົນ​ທະ​ນາ​ທີ່ມີ​ຄວາມ​ໝາຍ” ມຸ່ງ​ໄປ​ເຖິງ​ການ​ຢຸດຕິ​ວິ​ກິດ​ການ ​ແລະ ຊຸກຍູ້​ການ​ປະຕິ​ຮູບ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ​ໄທ ຍິ່ງ​ລັກ ຊິນ​ນະ​ວັດ ຖະ​ແຫຼ​ງວ່າ: ​ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆເກີດ​ຂຶ້ນ​​ໃນ​ເວລາ​ມໍ່ໆ​ມາ​ນີ້​ຢູ່ ບາງກອກ ​ແມ່ນ “ບັນດາ​ການ​ກະທຳ​ກໍ່​ການ​ຮ້າຍ​ເພື່ອ​ແນ​ໃສ່​ຈຸດປະສົງ​ກາ​ນ​ເມືອງ”. ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຊອກ​ຫາບັນດາມ​າດຕະການສັນຕິພາບ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ດ້ານ​ການ​ເມືອງ​ຜ່ານ​ວິວັດ​ການ​ປະຊາທິປະ​ໄຕ.

 

ຂ່າວ/ບົດ​ອື່ນ