ສະ​ພາບ​ການ​ສົງ​ຄາມຢູ່ ຊີ​ຣີ ມີ​​ຄວາມ​ເຄັ່ງ​ຕຶງປີນ​ຂັ້ນ​ໄດ​ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) -ວັນທີ 1 ມີນາ, ກອງທັບ ຕວັກກີ ໄດ້ບຸກໂຈມຕີໂຕ້ຕອບ ແນໃສ່ສະໜາມບິນການທະຫານ Nayrab ຢູ່ແຂວງ Aleppo, ທາງພາກເໜືອ ຊີຣີ. 
ສະ​ພາບ​ການ​ສົງ​ຄາມຢູ່ ຊີ​ຣີ ມີ​​ຄວາມ​ເຄັ່ງ​ຕຶງປີນ​ຂັ້ນ​ໄດ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1

ກອງທັບຕວັກກີຍິງລູກຈະຫຼວດແຕ່ສະຖານທີ່ໃກ້ກັບໝູ່ບ້ານ Miznaz, ຊີຣີ (ພາບ: AFP/TTXVN)

ບັນດາກຳລັງຂອງ Ankara ໄດ້ເພີ່ມບັນດາການບຸກໂຈມຕີແນບັນດາກຳລັງລັດຖະບານ ຊີຣີ ຫຼາຍພໍສົມຄວນ ນັບແຕ່ວັນທີ 27 ກຸມພາ ພາຍຫຼັງນັກຮົບຕວັກກີນັບສິບຄົນເສຍຊີວິດໃນເຫດບຸກໂຈມຕີທາງອາກາດຂອງກອງທັບຊີຣີ.

        ກອງທັບຊີຣີໄດ້ຢັ້ງຢືນກ່ຽວກັບເລື່ອງ ເຮືອບິນສູ້ຮົບ2 ລຳ ຂອງປະເທດນີ້ ຖືກເຮືອບິນ F-16 ຂອງ ຕວັກກີ ຍິງຕົກພາຍຫຼັງການປະທະກັນຢູ່ແຂວງ Idlib. ໃນວັນທີ 1 ມີນາ, ກະຊວງປ້ອງກັນປະເທດລັດເຊຍ ໄດ້ຢັ້ງຢືນວ່າ ລັດເຊຍ ບໍ່ສາມາດຮັບປະກັນຄວາມປອດໄພໃຫ້ແກ່ບັນດາເຮືອບິນຕວັກກີຢູ່ ຊີຣີ ພາຍຫຼັງ ອຳນາດການປົກຄອງ Damascus ປະກາດປິດເຂດນ່ານຟ້າຢູ່ພາກພື້ນ Idlib.

ຕອບກັບ

ຂ່າວ/ບົດ​ອື່ນ