ສະພາບການສູ້ຮົບຢູ່ເຂດຕາເວັນອອກກາງ: ອິດສະຣາແອັນ ຮັກສາການສູ້ຮົບໃນຫຼາຍສະໜາມຮົບ

(VOVWORLD) - ການເຄື່ອນໄຫວດ້ານການມະຫານຂອງ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ສືບຕໍ່ສຸມໃສ່ນະຄອນ Jenin ແລະ ບັນດາເຂດໃກ້ຄຽງ.
ສະພາບການສູ້ຮົບຢູ່ເຂດຕາເວັນອອກກາງ: ອິດສະຣາແອັນ ຮັກສາການສູ້ຮົບໃນຫຼາຍສະໜາມຮົບ - ảnh 1ທະຫານ ອິດສະຣາແອັນ
(ພາບ: AFP/TTXVN)

     ວັນທີ 31 ສິງຫາ, ກອງທັບ ອິດສະຣາແອັນ ສືບຕໍ່ຮັກສາບັນດາການເຄື່ອນໄຫວສູ້ຮົບໃນຫຼາຍສະໜາມຮົບ. ໃນນັ້ນ, ການເຄື່ອນໄຫວດ້ານການທະຫານຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ໄດ້ກ້າວເຂົ້າສູ່ມື້ທີ 4 ຢ້າງລຽນຕິດ, ຮ້າຍແຮງກວ່າ ແລະ ຍັງບໍ່ທັນມີສັນຍານຢຸດຕິໂດຍໄວເທື່ອ.

    ການເຄື່ອນໄຫວດ້ານການມະຫານຂອງ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ສືບຕໍ່ສຸມໃສ່ນະຄອນ Jenin ແລະ ບັນດາເຂດໃກ້ຄຽງ. ກອງທັບ ອິດສະຣາແອັນ ຈະເປີດກວ້າງການເຄື່ອນໄຫວບຸກໂຈມຕີຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ, ອາດຈະລວມທັງບັນດານະຄອນ ແລະ ຄ້າຍລີ້ໄພຢູ່ເຂດໃຈກາງ ແລະ ທາງທິດໃຕ້ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ໃນຊຸມມື້ຈະມາເຖິງ.

ຢູ່   ທາງທິດເໜືອ, ກອງທັບອາກາດ ແລະ ລູກປືນໃຫຍ່ ອິດສະຣາແອັນ ປະຕິບັດການຍິງທຳລາຍໃສ່ບັນດາເປົ້າໝາຍຂອງກຳລັງ ເຮັກໂບລາ ຢູ່ທາງທິດໃຕ້ ລີບັງ, ໃນນັ້ນ, ມີຕຶກອາຄານຂຶ້ນກັບເຂດ Markaba.

ຕອບກັບ

ຂ່າວ/ບົດ​ອື່ນ